ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກຢູ່ ເຊັກໂກ
|
(vovworld) – ຕອນແລງວັນທີ 12/5 (ຕາມເວລາ ຫວຽດນາມ), ຢູ່ນະຄອນຫຼວງ ບາຣາຮາ, ທ່ານປະທານປະເທດເຈືອງເຕີນຊາງ ມີການພົບປະຢ່າງສະໜິດສະໜົມກັບບັນດາສາດສະດາຈານ, ນັກຊຽນຊານຊາວ ເຊັກໂກ, ບັນດາຜູ້ທີ່ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດຂອງຊາດ ຫວຽດນາມ ໃນເມື່ອກ່ອນ ແລະ ພາລະກິດສ້າງສາ, ພັດທະນາປະເທດ ຫວຽດນາມ ໃນປະຈຸບັນ. ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນວ່າ:
“ກ່ອນນີ້ 65 ປີ, ຫວຽດນາມ ພວມຢູ່ໃນໄລຍະຕໍ່ສູ້ຕ້ານ ຝຣັ່ງ, ມີຄວາມຫຍຸ້ງຍາກ, ລຳບາກຫຼາຍ, ລັດຂອງພວກເພື່ອນໄດ້ຮັບຮູ້ປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ແລະ ສ້າງຕັ້ງການພົວພັນທາງການທູດກັບພວກຂ້າພະເຈົ້າ. ກໍ່ໃນໄລຍະເວລານັ້ນ, ພວກເພື່ອນກໍ່ໄດ້ກໍ່ສ້າງບາງກິດຈະກຳສຳຄັນຢູ່ ຫວຽດນາມຄື: ໂຮງໝໍ ຫວຽດນາມ - ເຊັກໂກສະໂລວາກີ, ຫໍວັດທະນະທຳເຍົາວະຊົນ… ພວກເພື່ອນໄດ້ສະໜັບສະໜູນ ຫວຽດນາມ ໃນຫຼາຍຂົງເຂດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພວກຂ້າພະເຈົ້າບໍ່ມີວັນຫຼົົງລືມບັນດາການປະກອບສ່ວນຂອງພວກເພື່ອນໃນຕະຫຼອດ 65 ປີຜ່ານມາ.”
ກ່ອນໜ້ານັ້ນ, ເມື່ອເຂົ້າຮ່ວມພິທີໄຂສັບປະດາວັດທະນະທຳ ຫວຽດນາມ 2015 ເຊິ່ງແມ່ນໜຶ່ງໃນບັນດາເຫດການສຳຄັນສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຊັກໂກ. ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ຮູ້ວ່າ: ສິລະປະແມ່ນຂົວເຊື່ອມຕໍ່ບັນດາປະຊາຊາດໃນໂລກຢ່າງແໜ້ນແຟ້ນ. ດັ່ງນັ້ນ, ທ່ານສະເໜີບັນດາສຳນັກງານ, ອົງການຈັດຕັ້ງວັດທະນະທຳ, ສິລະປະ ຫວຽດນາມ ແລະ ເຊັກໂກ ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ, ສິລະປະກ່ວາອີກ.
ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີເປີດສຳນັກງານຂ່າວສານ ຫວຽດນາມ ປະຈຳ ບາຣາຮາ, ສ. ເຊັກໂກ. ທ່ານປະທານປະເທດ ຖືວ່າ: ເລື່ອງເປີດຫ້ອງການປະຈຳຢູ່ ສ. ເຊັກໂກ ຈະສ້າງເງື່ອນໄຂສະດວກໃຫ້ແກ່ສຳນັກຂ່າວສານ ຫວຽດນາມ ໃນການສະໜອງຂໍ້ມູນຂ່າວ, ພາບພົດກ່ຽວກັບປະເທດປະຈຳຖິ່ນ ກໍ່ຄືສະພາບການພົວພັນລະຫວ່າງ ຫວຽດນາມ ແລະ ເຊັກໂກ ໃຫ້ດີກ່ວາອີກ.