ການເຄື່ອນໄຫວລະນຶກ 39 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດ ຫວຽດນາມ ແລະ ອົດສະຕາລີ

(vovworld) - ​ວັນ​ທີ 19/2, ໃນ​ຂອບ​ເຂດ​​ເຄື່ອນ​ໄຫວ​ລະນຶກ 39 ປີ ​ແຫ່ງ​ວັນສ້າງ​ຕັ້ງ​ສາຍ​ພົ​ວພັນ​ທາງ​ການ​ທູດ ລະຫວ່າງ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ, ທີມບານ​ເຕະ​ຕຳຫລວດ​ລັດ Victoria ​ໄດ້​ໄປ​ຢ້ຽມຢາມ ໝູ່​ບ້ານ​ເດັກ​ກຳພ້າ Birla ​ເມືອງ​ ​ເກົ່າ​ໄຢ ຮ່າ​ໂນ້ຍ. ນະ​ທີ່​ນີ້      ທີ​ມບານ​ເຕະ​ຕຳຫລວດ ລັດ Victoria ​ໄດ້​ມອບອຸປະກອນ​ກິລາ​ໃຫ້​ແກ່​ໝູ່​ບ້ານ​ເດັກ​ກຳພ້າ​, ​ເປີດ​ສາກ​​ລາຍການ​ບໍລິຈາກ​ການ​ກຸສົນ ​ໂດຍ​ສະຖານ​ທູດ ອົດ​ສະ​ຕາ​ລີ ຈັດ​ຕັ້ງ ດ້ວຍ​ຈຸດປະສົງ​ຊ່ວຍ​ໃຫ້​ໝູ່​ບ້ານ Birla ມີ​ເງື່ອນ​ໄຂ​ທີ່​ດີ​ໃນການ​ຫລີ້ນກິລາ​ບານ​ເຕະ​ທີ່​ມີ           ຄຸນ​ນະພາ​ບ ​ແລະ ປອດ​ໄພ.

 

ຕອບກັບ

ຂ່າວ/ບົດ​ອື່ນ