ການເຄື່ອນໄຫວສົ່ງນ້ຳມັນອາຍແກັດຂອງ ລັດເຊຍ ໄປຍັງ ເອີຣົບ ເປັນປົກກະຕິ
(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 29 ເມສາ, ເບິ່ງລວມແລ້ວ 3 ລະບົບທໍ່ສົ່ງນ້ຳມັນອາຍແກັດຕົ້ນຕໍຂອງ ລັດເຊຍ ໄປຍັງ ເອີຣົບ ແມ່ນເປັນປົກກະຕິ.
(ພາບ: PAP/TTXVN) |
ຕາມສຳນັກຂ່າວສານ Reuters ແລ້ວ, ໄລ່ຮອດຕອນເຊົ້າວັນທີ 29 ເມສາ, ເບິ່ງລວມແລ້ວ 3 ລະບົບທໍ່ສົ່ງນ້ຳມັນອາຍແກັດຕົ້ນຕໍຂອງ ລັດເຊຍ ໄປຍັງ ເອີຣົບ ແມ່ນເປັນປົກກະຕິ.
ລັດເຊຍ ໄດ້ຢຸດຕິການສະໜອງນ້ຳມັນອາຍແກັດ ໃຫ້ໂປໂລຍ ແລະ ບຸນກາຣີ ໃນອາທິດນີ້, ຍ້ອນວ່າ ສອງປະເທດນີ້ໄດ້ປະຕິເສດການຊຳລະເປັນເງິນ ຣຸບ, ເຖິງວ່າ ໂປໂລຍ ຍັງຮັບເອົານ້ຳມັນອາຍແກັດຂອງລັດເຊຍ ຈາກ ເຢຍລະມັນ ຜ່ານລະບົບທໍ່ສົ່ງຈາກ Yamal - ເອີຣົບ.