ການເຄື່ອນໄຫວສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ປີ 2021 ມີຫຼາຍຈຸດໂດດເດັ່ນ

(VOVWORLD) -ໄລ່ລວມ 11 ເດືອນຂອງປີ 2021, ວົງເງິນສົ່ງອອກຄາດວ່າບັນລຸລະດັບເກືອບ 300 ຕື້ USD, ເພີ່ມຂຶ້ນ 17,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ການເຄື່ອນໄຫວສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ປີ 2021 ມີຫຼາຍຈຸດໂດດເດັ່ນ - ảnh 1(ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ)

ວັນທີ 03 ທັນວາ, ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ-ນຳເຂົ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ໃຫ້ຮູ້ວ່າ, ການເຄື່ອນໄຫວສົ່ງອອກ - ນຳເຂົ້າຂອງທົ່ວປະເທດບັນລຸໝາກຜົນເປັນໜ້າປະເອີບໃຈຫຼາຍຢ່າງ. ໄລ່ລວມ 11 ເດືອນຂອງປີ 2021, ວົງເງິນສົ່ງອອກຄາດວ່າບັນລຸລະດັບເກືອບ 300 ຕື້ USD, ເພີ່ມຂຶ້ນ 17,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ການສົ່ງອອກເກີນດູນໃນປີນສືບຕໍ່ບັນລຸໄດ້ ແລະ ລື່ນກາຍແຜນການທີ່ໄດ້ວາງອອກ.

        “ທີ່ໜຶ່ງແມ່ນທາງດ້ານໂຄງປະກອບຂອງປະເພດສິນຄ້ານັ້ນມີຫຼາຍຮູບຫຼາຍແບບ ແລະ ໝວດສິນຄ້າອຸດສາຫະກຳປຸງແຕ່ງກວມເອົາ 86% ມູນຄ່າສົ່ງອອກຂອງທົ່ວປະເທດ ແລະ ຫຼຸດຜ່ອນອັດຕາສົ່ງອອກບັນດາສິນຄ້າເປັນວັດຖຸແຮ່ທາດດິບ ແລະ ເພິ່ມອັດຕາອຸດສາຫະກຳປຸງແຕ່ງຂຶ້ນ. ໝວດສິນຄ້າອຸດສາຫະກຳປຸງແຕ່ງນີ້ກໍ່ເພີ່ມຂຶ້ນເກືອບ 18% ແລະ ນັ້ນກໍ່ແມ່ນກຳລັງໜູນຊ່ວຍໃຫ້ການເຕີບໂຕຂອງ ຫວຽດນາມ ຮັກສາໄດ້ເປັນຢ່າງດີໃນໄລຍະຜ່ານມາ. ກ່ຽວກັບຕະຫຼາດ, ຕະຫຼາດສົ່ງອອກໄດ້ຮັບການເປີດກວ້າງຕາມທິດຫຼາຍຮູບຫຼາຍແບບ ແລະ ນຳໃຊ້ຕະຫຼາດ FTA ຢ່າງມີປະສິດທິຜົນ.”

        ເຖິງຢ່າງໃດກໍ່ຕາມ, ທ່ານ ເຈິ່ນແທັງຫາຍ ກໍ່ເນັ້ນໜັກວ່າ ໂລກລະບາດຍັງມີການຜັນແປຢ່າງສັບສົນ, ໄດ້ສົ່ງຜົນກະທົບໃດໜຶ່ງເຖິງການເຄື່ອນໄຫວຜະລິດ, ການສົ່ງອອກ-ນຳເຂົ້າໃນໄລຍະຈະມາເຖິງ. ສະນັ້ນ, ບັນດາວິສາຫະກິດຕ້ອງເປັນເຈົ້າການເພື່ອຮັບມື, ມີມາດຕະການທີ່ເໝາະສົມ, ຄວນຍູ້ແຮງວຽກງານສົ່ງເສີມການຄ້າຜ່ານບັນດາເຄື່ອງມື ແລະ ລະບົບອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ