ງານບຸນບ້ານແຊນຖືກຈັດຂຶ້ນຢູ່ເມືອງນາມດານ ແຂວງເງະອານ
(ພາບ:baonghean)
|
(vovworld)- ຕອນເຊົ້າວັນທີ 18/5, ເນື່ອງໃນໂອກາດສະເຫຼີມສະຫຼອງ 124 ປີແຫ່ງວັນຄ້າຍວັນເກີດ ຂອງປະທານໂຮ່ຈິມິນ (19/5/1890 – 19/5/2014), ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວໂຮມ ປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາອາໄລຫາປະທານໂຮຈິມິນຢູ່ເຂດສຸສານຂອງເພິ່ນ. ເຂົ້າຮ່ວມໃນຄະນະມີທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ, ທ່ານປະທານປະເທດຫວຽດນາມ ເຈືອງເຕິ້ນຊາງ, ທ່່ານນາຍົກ ລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ.
ແລະ ກໍໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນວິງ,ແຂວງເງະອານ, ໄດ້ດຳເນີນພິທີໄຂງານປະກວດສຽງເພງບ້ານແຊນຄັ້ງທີ 33 . ຕອນຄ່ຳວັນດຽວກັນ, ຢູ່ເມືອງນາມດານ ໄດ້ເປີດການສາຍຟິມຮູບເງົາກ່ຽວກັບປະທານໂຮ່ຈິມິນ. ສ່ວນຢູ່ນະຄອນໂຮ່ຈິມິນ, ຕອນເຊົ້າວັນທີ 18/5, ໄດ້ດຳເນີນພິທີປູກລະດົມ“ວັນບຸນປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈິມິນຕະຫຼອດກາລະນານ ປີ 2014” ນາງເຈີທິແທງຮ່າ ຄູສອນສັງກັດໂຮງຮຽນເຕັກນິກກະສີກຳຊັ້ນກາງນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ :
“ການປູກລະດົມ“ວັນບຸນປູກຕົ້ນໄມ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ, ໂຄສະນາໃຫ້ແກ່ຊາວໜຸ່ມ, ນັກຮຽນກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ ເພື່ອເຮັດໃຫ້ສິ່ງແວດລ້ອມເພີ່ມຄວາມສະອາດຂຽວງາມ”
ໃນຂະນະນັ້ນ,ຢູ່ປາຣີປະເທດຝະລັ່ງໄດ້ດຳເນີນພິທີໄຂງານວາງສະແດງພາບຖ່າຍ“ປະທານໂຮ່ຈິມິນກັບມໍລະດົກວັດທະນະທຳຫວຽດນາມ” . ສ່ວນຢູ່ປະເທດລາວ, ວັນທີ 17/5, ພະນັກງານພາລະກອນສະຖານທູດຫວຽດນາມ ປະຈຳລາວ, ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ລາວ, ນັກສຶກສາ ແລະ ບັນດາວິສາຫະກິດຫວຽດນາມພສມເຄື່ອນໄຫວຢູ່ລາວໄດ້ຈັດພິທີຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນຢູ່ເຂດອະນຸສອນສະຖານຂອງເພິ່ນທີ່ແຂວງຄຳມວນ .