ການເຄື່ອນໄຫວສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ

ການເຄື່ອນໄຫວສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ - ảnh 1

ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​​ເລືອ​ງມິ​ງ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ
(ພາບ: asean.org)


(vovworld) - ວັນ​ທີ 10/8, ຢູ່​ນະຄອນຫລວງ ຈາ​ກາ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ພິທີສະ​ເຫຼີ​ມສະຫຼອງ 48 ​ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ອາ​ຊຽນ (8/81967 – 8/8/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​​ເລືອ​ງມິ​ງ ​ໄດ້​ຢືນຢັນ​ວ່າ: ພາຍຫລັງ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ມາ​ຮອດ​ປະ​ຈຸ​ບັນ, ປະຊາ​ຄົມ ອາ​ຊຽນ ໜຶ່ງ​ຈະ​ແມ່ນ​ແຫ່ງ​ທີ່​ປະຊາຊົນ​ຮ່ວມສຳພັນ​ນຳ​ກັນ​ໃນທ່າມກາງ​ໄມ​ຕີ​ຈິດມິດຕະພາບ, ການ​ຮ່ວມ​ມື, ສັນຕິພາບ, ​ເສລີພາບ ​ແລະ ວັດ​ທະນາ​ຖາວອນ. ດ້ວຍ​ການ​ສ້າງ​ຕັ້ງ​ປະຊາ​ຄົນ ອາ​ຊຽນ ​ໃນ​ທ້າຍ​ປີ​ນີ້, ອາ​ຊຽນຈຳນຳ​ມາ​ເຊິ່ງຫລາຍ​ກາລະ​ໂອກາດ ​ແລະ ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທຸກ​ປະ​ເທດ​ພາຄີ. ​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ຮອງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Jusuf Kalla ຢືນຢັນ​ວ່າ ອາ​ຊຽນ ​ແມ່ນ​ອົງການ​ໜຶ່ງ​ພວມ​ເຕີບ​ໂຫຍ່, ສາມາດ​ບັນລຸ​ຫລາຍ​ຜົນງານ​ໃນ​ເກືອບ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ. ທ່ານ​ຮອງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Jusuf Kalla ​ເນັ້ນ​ໜັກ​ວ່າ: ບົດບາດ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ ​ແມ່ນ​ກຳລັງ​ໜູນ​ຕົ້ນ​ຕໍ່​ຂອງ​ໂຄງ​ປະກອບ​ພາກ​ພື້ນ. ອາ​ຊຽນ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ. ​ເນື່ອງ​ໃນ​ໂອກາດ​ນີ້ ຄະນະ​ເລຂາ ອາ​ຊຽນ ​ໄດ້​ໃຫ້​ຈຳ​ໜ່າຍຊຸດ​ສ​ະແຕ​ມ, ກາ​ປະ​ທັບ​ລວມ​ໃນ​ກຸ່ມ ອາ​ຊຽນ.

 

ຂ່າວ/ບົດ​ອື່ນ