ການເຄື່ອນໄຫວສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມຢູ່ຕ່າງປະເທດ

ການເຄື່ອນໄຫວສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມຢູ່ຕ່າງປະເທດ - ảnh 1
ພາບປະກອບ

(vovworld) – ຕອນ​ຄຳ່​ວັນ​ທີ 2/9, ສະຖານ​ທູດ ຫວຽດນາມ ປະ​ຈຳ ອີ​ຢິບ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ສະຖາປະນາ​ປະ​ເທດ ສສ ຫວຽດນາມ (2/9/1945 – 2/9/2016),​ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ, ພາລະກອນ​ສະຖານທູດ, ບັນດາ​ອົງການ​ຢູ່​ອ້ອມ​ຂ້າງ ​ແລະ ພໍ່​ແມ່​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ປະຕິບັດ​ງານ​ຢູ່ ອາ​ຢິບ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະ​ຈຳ ອີ​ຢິບ ​ໂດ໋ຮ່ວາງ​ລອງ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ຍິ່ງ​ໃຫຍ່​ຂອງ​ວັນຊາດ ຫວຽດນາມ 2/9 ​ແລະ ທົບ​ທວນຄືນ​ຂີດ​ໝາຍ​ທີ່​ພິລະ​ອາດ​ຫານ​ຂອງ​ປະຊາຊົນ ຫວຽດນາມ ນັ​ບ​ແຕ່​ເມື່ອປະທານ ​ໂຮ່ຈີ​ມິນ ອ່ານ​ຖະ​ແຫຼ​ງປະກາ​ດ​ເອກະລາດ​ກ່ອນ​ນີ້ 71 ປີ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ​ລັດ​ເຊຍ ກໍ່​​ໄດ້ໄປ​ວາງ​ພວມ​ມາລາ​ຢູ່​ອະນຸສາ​ວາລີ​ປະທານ ​ໂຮ່ຈີ​ມິນ ທີ່​ສະໜາມ​ຫຼວງ​ໃສ່​ຊື່​ເພີ່ນ​ຢູ່​ນະຄອນຫຼວງ ມົດສະ​ກູ.


ຂ່າວ/ບົດ​ອື່ນ