ພາບປະກອບ
|
(vovworld) - ວັນທີ 3/2, ຫຼາຍທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2015). ຄະນະຜູ້ແທນຂອງແຂວງ ຮ່ານາມ ໄດ້ໄປຖະຫວາຍທູບທຽນ, ວາງພວງມາລາອາໄລຫາບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວາລີບັນດານັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ວິຫານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດຂອງແຂວງ. ສະຫະພັນແຮງງານແຂວງ ຮ່ານາມ ໄດ້ຈັດຕັ້ງການ ໂອ້ລົມກ່ຽວກັບຫົວເລື່ອງ “ໂຮ່ຈີມິນ - ຜູ້ກໍ່ຕັ້ງພັກກອມມູນິດ ຫວຽດນາມ”. ແຂວງ ຫວີງຟຸກ ໄດ້ຈັດຕັ້ງງານວາງສະແດງ ແລະ ມອບລາງວັນການປະກວດພາບລະດົມໃຈ ແລະ ລົດໂຄສະນາເຄື່ອນທີ່. ງານວາງສະແດງໄດ້ແນະນຳພາບລະດົມໃຈ 85 ແຜ່ນທີ່ໄດ້ຮັບການເລືອກເຟັ້ນຈາກພາບແຕ້ມ 821 ແຜ່ນຂອງນັກຈິດຕະກອນໃນທົ່ວປະເທດເຂົ້າຮ່ວມການປະກວດແຕ້ມພາບລະດົມໂຄສະນາສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ແຂວງ ຟູ໋ທໍ້ ໄດ້ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, ຜັນຂະຫຍາຍຫົວເລື່ອງປີ 2015 ກ່ຽວກັບ “ການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ” ແລະ ລາຍງານໝາກຜົນກອງປະຊຸມຄັ້ງທີ 10, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ຊຸດທີ 11). ການນຳແຂວງ ກວາງນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ຕາມກີ່ ເພື່ອອາໄລຫາສະແດງຄວາມຮູ້ບຸນຄຸນຂອງບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ…
ພ້ອມກັບການເຄື່ອນໄຫວຢູ່ພາຍໃນປະເທດ, ສະຖານທູດ ຫວຽດນາມ ປະຈຳ ອັງກິດ, ສິງກາໂປ, ຢູແກຼນ… ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ.