(vovworld) - ຕອນເຊົ້າວັນທີ 1/2,ເນື່ອງໃນໂອກາດ ສະເຫຼີມສະຫຼອງ 85 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2015), ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດພິທີມອບນາມມະຍົດ “ແມ່ຫວຽດນາມ ວິລະຊົນ“ ໃຫ້ແມ່ຫວຽດນາມ 228 ຄົນ.
ຕອນເຊົ້າຂອງວັນດຽວກັນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ກໍ່ຈັດລາຍການສິລະປະທີ່ວາດພາບເຖິງວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມໃນຕະຫຼອດ 85 ປີຜ່ານມາ. ໂອກາດນີ້, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ກໍ່ຍ້ອງຍໍ, ມອບລາງວັນໃຫ້ສະມາຊິກພັກໜຸ່ມທີ່ດີເດັ່ນ 85 ຄົນ. ເອື້ອຍ ເຈິ່ນທິຈິ໋ນ, ອະດີດນັກສຶກສາມະຫາວິທະຍາໄລເຕັກໂນໂລຢີນະຄອນ ໂຮ່ຈີມິນ, ຜູ້ທີ່ໄດ້ຮັບລາງວັນໃນຄັ້ງນີ້, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຮູ້ສຶກພາກພູມໃຈ, ມີຄວາມສຸກ ແລະ ເອກອ້າງທະນົງໃຈທີ່ສຸດ. ນີ້ແມ່ນກຳລັງໜູນຊ່ວຍໃຫ້ນ້ອງພັດທະນາ ແລະ ອຸທິດສ່ວນໃຫ້ແກ່ສັງຄົມໄດ້ຫຼາຍກວ່າອີກ, ພິເສດແມ່ນຊ່ວຍໃຫ້ນ້ອງມີແນວຄິດການເມືອງໝັ້ນຄົງກວ່າ“.
ກ່ອນໜ້ານັ້ນ, ວັນທີ 31/1ຄະນະພັກນະຄອນ ໂຮ່ຈີມິນ ຈັດຕັ້ງພິທີມອບຫຼຽນກາພັກໃຫ້ 286 ຄົນທີ່ເປັນສະມາຊິກພັກໃນເວລາ 70 ປີ, 65 ປີ ແລະ 60 ປີ. ໂອກາດນີ້, ຕອນຄຳ່ວັນທີ 31/1, ນະຄອນໂຮ່ຈີມິນກໍ່ຈັດລາຍການພົບປະແລກປ່ຽນ, ສະແດງສິລະປະພິເສດທີ່ມີຫົວຂໍ້ວ່າ “ມີຄວາມໄວ້ເນື້ອເຊື່ອໃຈຕໍ່ພັກຕະຫຼອດໄປ“. ນະທີ່ນີ້ມີການພົບປະແລກປ່ຽນກັບບັນດາສະມາຊິກພັກດີເດັ່ນທີ່ຕາງໜ້າໃຫ້ສະມາຊິກພັກ 3 ລຸ້ນຄົນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສະມາຊິກພັກ, ນັກປະຕິວັດຜູ້ອາວຸໂສ ເລຣູຍກວຽນ, ແບ່ງປັນວ່າ:
“ໃນທຸກບັນຫາເຖິງວ່າຈະໃຫຍ່ຫຼືນ້ອຍ ກໍ່ລ້ວນແຕ່ໄດ້ຮັບການຊີ້ນຳນຳພາຈາກພັກ, ຫວັງວ່າບັນດາສະມາຊິກພັກລຸ້ນໜຸ່ມ ເສີມຂະຫຍາຍນຳ້ໃຈປະຕິວັດຂອງບັນດາສະມາຊິກພັກລຸ້ນກ່ອນ, ຕ້ອງຖືນັ້ນເປັນແບບຢ່າງເພື່ອປະຕິບັດຕາມ“.
ໃນຂະນະນັ້ນ, ງານວາງສະແດງຮູບພາບ, ເອກະສານ ດ້ວຍຫົວຂໍ້ “ 85 ປີ ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ“ ກໍ່ໄຂຂຶ້ນໃນວັນທີ 31/1 ຢູ່ຫໍວາງສະແດງ 45 ຈ່າງຕ່ຽນ. ງານວາງສະແດງແນະນຳຮູບພາບທີ່ສວຍງາມ 100 ກວ່າແຜ່ນ, ທີ່ເປັນຂີດໝາຍປະຫວັດສາດອັນສະຫງ່າລາສີ ແລະ ວາດພາບໄລຍະທາງ 85 ປີ ຂອງພັກກອມມູນິດຫວຽດນາມ.