ບັນດາທ້ອງຖິ່ນຕອບສະຫນອງວັນສິ່ງແວດລ້ອມໂລກ
ພາບ: internet
|
(vovworld)- ວັນທີ 5/6 ແມ່ນວັນສະເຫລີມສະຫລອງວັນສິ່ງແວດລ້ອມໂລກ 2013. ພາຍໃຕ້ຫົວຂໍ້ວ່າ: ຕ້ອງຄິດເຖິງສິ່ງແວດລ້ອມກ່ອນທີ່ນຳໃຊ້ອາຫານ”, ຫລາຍທ້ອງຖິ່ນຢູ່ຫວຽດນາມໄດ້ຈັດຕັ້ງບັນດາການເຄື່ອນໄຫວປຸກລະດົມປະຊາຊົນເອົາໃຈໃສ່ເຖິງການເລືອກເຟັ້ນ ແລະ ນຳໃຊ້ອາຫານບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ ແລະ ເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ. ຢູ່ເຂດທ່ອງທ່ຽວ ບ໋າຍໃຈ, ມີຊາວຫນຸ່ມ, ພະນັກງານ, ກຳມະກອນ ກວ່າ 700 ຄົນຢູ່ບັນດາອົງການ, ຫົວຫນ່ວຍຢູ່ບໍລິເວນນະຄອນ ຮ້າລອງ ແຂວງ ກວ໋າງນີງ ໄດ້ເຂົ້າຮ່ວມພິທີປຸກລະດົມວັນສິ່ງແວດລ້ອມໂລກ 2013, ຮຽກຮ້ອງວົງຄະນາຍາດຈົ່ງຮ່ວມແຮງຮ່ວມໃຈກໍ່ສ້າງນະຄອນທ່ອງທ່ຽວໃຫ້ຂຽວສະອາດ ແລະ ສວຍງາມ ມຸ່ງໄປເຖິງການພັດທະນາແບບຍືນຍົງ. ທ່ານ ຮ່ວາງແຢງເຊີນ, ຮອງຫົວຫນ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມແຂວງ ກວ໋າງນີງ ໃຫ້ຮູ້ວ່າ:
“ນອກຈາກການປະສານສົມທົບກັບບັນດາທ້ອງຖິ່ນຈັດຕັ້ງງານໂຮມຊຸມນຸມຕາມແຜນການຂອງແຂວງເປັນຢ່າງດີແລ້ວ, ພະແນກກໍໄດ້ຈັດຕັ້ງຊຸດຝືກອົບຮົມເພື່ອຜັນຂະຫຍາຍຂໍ້ຕົກລົງເລກທີ 02 ຂອງລັດຖະບານກ່ຽວກັບການຮັບມືກັບກໍລະນີນ້ຳມັນຖືກຮົ່ວໄຫລໃຫ້ແກ່ບັນດາວິສາຫະກິດມີຄວາມສ່ຽງກໍ່ມົນລະພິດເຖິງສິ່ງແວດລ້ອມ ພິເສດຢູ່ບັນດາວິສາຫະກິດຢູ່ເຂດແຄມທະເລ.”
ສ່ວນຢູ່ນະຄອນຫາຍຟ່ອງ ແລະ ເຫງ້ອານ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອຮຽກຮ້ອງການເຂົ້າຮ່ວມຂອງວົງຄະນາຍາດແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ.