ພາບປະກອບ:internet
|
(vovworld)- ຕອນບ່າຍວັນທີ 25/12, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມ, ກົມໃຫຍ່ປະຊາກອນ-ວາງແຜນຄອບຄົວ ສັງກັດກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງການມອບລາງວັນໃຫ້ແກ່ 14 ບົດລະຄອນທີ່ໄດ້ຮັບລາງວັນໃນການເສັງປະດິດແຕ່ງບົດລະຄອນກ່ຽວກັບບັນຫາໃຫມ່ໃນວຽກງານປະຊາກອນ ແລະ ການວາງແຜນຄອບຄົວປີ 2013. ຄະນະຈັດຕັ້ງໄດ້ມອບລາງວັນ A ໃຫ້ແກ່ຜູ້ແຕ່ງບົດລະຄອນ ເຈີນແທງຮ່າ ສັງກັດສະມາຄົມວັນນະຄະດີສິລະປະແຂວງ ດົງທາບ, ລາງວັນ B 2 ລາງວັນ, ລາງວັນ C 3 ລາງວັນ, ລາງວັນຊົມເຊີຍ 8 ລາງວັນ. ທ່ານ ເຢືອງກວກຈ້ອງ, ຫົວຫນ້າກົມໃຫຍ່ປະຊາກອນ- ວາງແຜນຄອບຄົວ, ສັງກັດກະຊວງສາທາລະນະສຸກໃຫ້ຮູ້ວ່າ:
“ 14 ບົດລະຄອນດີເດັ່ນທີ່ໄດ້ຮັບລາງວັນແມ່ນສ່ອງແສງບັນດາບັນຫາກ່ຽວກັບວຽກງານປະຊາກອນ ແລະ ວາງແຜນຄອບຄົວແມ່ນສິ່ງທີ່ເປັນຫນ້າສົນໃຈໃນໄລຍະຈະມາເຖິງ. ຂ້າພະເຈົ້າຖືວ່າ ບັນດາບົດລະຄອນນີ້ຈະແມ່ນເຄື່ອງມືທີ່ດີໃນການໂຄສະນາເຜີຍແຜ່ຫັນປ່ຽນການກະທຳກ່ຽວກັບວຽກງານປະຊາກອນ ເພື່ອຫວັງວ່າ ໃນໄລຍະຈະມາເຖິງ ພວກເຮົາຈະບັນລຸໄດ້ບັນດາຜົນງານໃຫມ່ຕໍ່ຫນ້າບັນຫາໃຫມ່, ສິ່ງທ້າທາຍໃຫມ່ໃນວຽກງານປະຊາກອນ.”