ພິທີປະດັບຫລຽນໄຊເອກະລາດ ແລະ ຫລຽນໄຊແຮງງານ
|
(vovworld)- ຕອນບ່າຍວັນທີ6/10, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງພິທີປະດັບຫລຽນໄຊເອກະລາດ ແລະ ຫລຽນໄຊແຮງງານໃຫ້ແກ່ບັນດາການນຳນະຄອນຜ່ານໄລຍະຕ່າງໆ. ກ່າວຄຳເຫັນນະພິທີ, ທ່ານ ຟ້າມກວາງງີ້, ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ແບ່ງປັນກັບຊາວນະຄອນຫລວງ ແລະ ທົ່ວປະເທດທີ່ພວມດຳລົງຊີວິດໃນບັນຍາກາດອັນສະຫງ່າລາສີຂອງວັນປົດປ່ອຍນະຄອນຫລວງ ກ່ອນນີ້ 60 ປີ. ທ່ານ ຟ້າມກວາງງີ້ ປາດຖະຫນາວ່າບັນດາການນຳ, ອະດີດການນຳນະຄອນ ສືບຕໍ່ປະກອບສ່ວນກຳລັງເຫື່ອແຮງ, ພູມປັນຍາໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນານະຄອນຫລວງ.