ການເຄື່ອນໄຫວຫຼາຍຢ່າງຕອບສະໜອງເຫດການມອດໄຟ1ຊົ່ວໂມງເພື່ອໜ່ວຍໂລກ
ການເຄື່ອນໄຫວ ມອດໄຟ 1 ຊົ່ວໂມງຢູ່ຮ່າໂນ້ຍ
(ພາບ: ອິນເຕີແນດ)
(vovworld) - ການເຄື່ອນໄຫວ ມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີນີ້ຈະດຳເນີນໃນຕອນຄຳ່ວັນທີ 19/3 ຢູ່ 63 ແຂວງ ແລະ ນະຄອນ. ດ້ວຍຫົວຂໍ້ “ການກະທຳນ້ອຍ, ແຕ່ຄວາມໝາຍໃຫຍ່“ ການມອດໄຟເລີ່ມແຕ່ເວລາ 20 ໂມງ 30 ນາທີ - 21 ໂມງ 30 ນາທີ.
ຢູ່ນະຄອນ ຮ່າໂນ້ຍ, ຕອນຄຳ່ວັນທີ 19/3 ຈະມອດໄຟໃນເວລາ 1 ຊົ່ວໂມງຢູ່ສະຖານທີ່ຕ່າງໆເຊັ່ນ: ວິຫານ ງອກເຊີນ - ທາດຮົ່ວ - ຂົວເທຮຸກ, ສວນອຸທິຍານ ຫຼີທ໋າຍໂຕ, ໂຮງລະຄອນໃຫຍ່, ໜອງ ຈຸກແບກ ແລະ ບັນດາຖະໜົນ ຫຼີທ໋າຍໂຕ, ຈ່າງຕ່ຽນ…
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19/3, ຢູ່ນະຄອນ ມີທໍ, ແຂວງ ຕ່ຽນຢາງ ໄດ້ປຸກລະດົມວັນບຸນປະຢັດພະລັງໄຟຟ້າປີ 2016. ສານຂອງວັນບຸນປີນີ້ແມ່ນ: ນຳໃຊ້ໄຟຟ້າຖືກເວລາ, ຖືກບ່ອນ, ຖືກວິທີ ແລະ ຖືກກັບຄວາມຕ້ອງການ. ທ່ານ ຫງວຽນເຟືອກດຶກ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດໃຫຍ່ໄຟຟ້າພາກໃຕ້, ຮອງຫົວໜ້າຄະນະຈັດຕັ້ງວັນບຸນປະຢັດພະລັງໄຟຟ້າ, ໃຫ້ຮູ້ວ່າ:
“ການປ່ຽນແປງຄວາມຮັບຮູ້ກ່ຽວກັບການປະຢັດພະລັງໄຟຟ້າໄດ້ມີການຫັນປ່ຽນຢ່າງຈະແຈ້ງ. ສຳລັບບັນດາຄອບຄົວ, ປະຈຸບັນບໍ່ນຳໃຊ້ບັນດາອຸປະກອນເສຍພະລັງໄຟຟ້າຫຼາຍ, ຫາກຫັນມານຳໃຊ້ບັນດາອຸປະກອນປະຢັດໄຟຟ້າເຊັ່ນ ດອກໄຟ compac, ດອກໄຟ led. ສ່ວນບັນດາວິສາຫະກິດກໍ່ມີຄວາມມານະພະຍາຍາມທີ່ສຸດໃນການນຳໃຊ້ໄຟຟ້າໃນເວລາທີ່ເໝາະສົມ, ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນລາຍການປະຢັດພະລັງໄຟຟ້າ ຂອງບໍລິສັດໃຫຍ່ໄຟຟ້າ“