(vovworld) – ວັນທີ 27/7, ເພື່ອສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ. ໃນທົ່ວປະເທດໄດ້ຈັດຕັ້ງການເຄື່ອນໄຫວຕອບບຸນແທນຄຸນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຕອນເຊົ້າວັນທີ 27/7, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວາລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າໄວ້ອາໄລຢູ່ສຸສານປະທານ ໂຮ່ຈີມິນ.
ກໍ່ໃນຕອນເຊົ້າວັນດຽວກັນ, ບັນດາຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ, ຄະນະພັກຕຳຫຼວດສູນກາງ - ກະຊວງຕຳຫຼວດ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ຄະນະພັກນະຄອນ ແລະ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ, ຄະນະຊີ້ນຳສົມທົບການເຄື່ອນໄຫວກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດິ່ງ ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວາລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າໄວ້ອາໄລຢູ່ສຸສານປະທານ ໂຮ່ຈີມິນ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 26/7, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຈູດທູບທຽນຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ ສຸສານນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດນະຄອນ ຮ່າໂນ້ຍ. ທີ່ພິທີ, ທ່ານ ເລກວກຟອງ, ເລຂາຜູ້ທີ່ໜຶ່ງສູນກາງຊາວໜຸ່ມ, ປະທານສະມາຄົມນັກສຶກສາ ຫວຽດນາມ ໄດ້ປຸກລະດົມບັ້ນເຄື່ອນໄຫວ “ເດີນຕາມຮອຍຕີນບັນດານັກວິລະຊົນ” ມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2017), ໃນຄະນະຊາວໜຸ່ມທຸກຂັ້ນ. ທ່ານ ເລກວກຟອງ, ສະເໜີວ່າ:
“ຄະນະຊາວໜຸ່ມທຸກຂັ້ນ, ກອງເຍົາວະຊົນ ແລະ ສະມາຊິກຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໃນທົ່ວປະເທດຈົ່ງສືບຕໍ່ປະຕິບັດບັນດາກິດຈະກຳ, ວຽກງານມີຄວາມໝາຍເພື່ອແນໃສ່ຕອບບຸນແທນຄຸນ ບັນດານັກຮົບວິລະຊົນ ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ. ອີງໃສ່ເງື່ອນໄຂ, ຄວາມສາມາດຂອງແຕ່ລະຄົນຈົ່ງປະຕິບັດວຽກງານໃຫ້ແທດຈິງ, ມີຄວາມໝາຍ. ວຽກງານຂອງພວກເພື່ອນເປັນຄຳບອກເຕືອນ ກ່ຽວກັບປະຫວັດສາດທີ່ອົງອາດກ້າຫານຂອງປະເທດຊາດກ່ຽວກັບການເສຍສະຫຼະຊີວິດ, ຄວາມສູນເສຍຂອງນັກຮົບວິລະຊົນ ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປວຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ແກ່ຊີວິດທີ່ສະຫງົບສຸກຂອງພວກເຮົາໃນວັນນີ້.”
ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດກ່ວາ 2.000 ແຫ່ງໃນທົ່ວປະເທດລ້ວນແຕ່ດຳເນີນພິທີຈູດທູບທຽນຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 26/7, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງພິທີປະກາດ ແລະ ມອບ 99 ຜົນຂອງການສັນນະສູດ ADN ເພື່ອຢັ້ງຢືນລາຍຊື່ຂອງນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ສະໜາມຮົບ 31 ທີ່ແຂວງຊຽງຂວາງ (ປະເທດລາວ) ໃຫ້ແກ່ຄອບຄົວຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຢ໋ວານເມົ້າຢຽບ ເນັ້ນໜັກເລື່ອງປະກາດ, ມອບຜົນການສັນນະສູດ ADN ຢັ້ງຢືນລາຍຂື່ຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແມ່ນການສະແດງໃຫ້ເຫັນຢ່າງລະອຽດຂອງວຽກງານຕອບບຸນແທນຄຸນ.
“ເພື່ອພາລະກິດຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ພວກຂ້າພະເຈົ້າຫວັງວ່າບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ບັນດາວິສາຫະກິດຈະສືບຕໍ່ເຂົ້າຮ່ວມວຽກງານລວມຂອງພັກ, ຂອງລັດ ແລະ ຂອງພວກເຮົາທຸກຄົນ. ເປັນຜູ້ທີ່ຍັງມີຊີວິດ, ເປັນຜູ້ທີ່ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດໃນຕະຫຼອດການຕໍ່ສູ້ຕ້ານຈັກກະພັດ ຝຣັ່ງ ແລະ ອາເມລິກາ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພາລະກິດອັນສູງສົງແມ່ນຊອກຫານິຕິບຸກຄົນຄືນໃຫ້ແກ່ນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເພື່ອໃຫ້ພວກອ້າຍ ຊອກຫາຍາດຕິພີ່ນ້ອງ ແລະ ຄອບຄົວພາຍຫຼັງໄລຍະເວລາອັນຍາວນານຈະສືບຕໍ່ໄດ້ຮັບການຜັນຂະຫຍາຍທີ່ມີໝາກຜົນ.”