ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ທາງອາກາດ

(VOVWORLD) - ງານວາງສະແດງໄດ້ແນະນຳເອກະສານພົ້ນເດັ່ນ 500 ຢ່າງ, ເຊິ່ງເປັນປື້ມ, ເອກະສານ, ວາລະສານ ທີ່ສ່ອງແສງການຜັນແປ, ວິວັດການ, ຂັ້ນຕອນການຕໍ່ສູ້ຂອງກອງທັບປ້ອງກັນອາກາດ - ກອງທັບອາກາດ...
ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ທາງອາກາດ - ảnh 1ຜູ້ແທນເຂົ້າຮ່ວມງານວາງສະແດງ “ດ້ຽນບຽນຝູທາງອາກາດ - ບົດເພງອະມະຕະ”
(ພາບ: Nam Nguyễn/ toquoc.vn)

ງານວາງສະແດງເອກະສານ “ດ້ຽນບຽນຝູທາງອາກາດ - ບົດເພງອະມະຕະ” ໄຂຂຶ້ນໃນຕອນເຊົ້າວັນທີ 15 ທັນວາ, ຢູ່ຫໍສະໝຸດແຫ່ງຊາດ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ “ຮ່າໂນ້ຍ - ດ້ຽນບຽນຝູ ທາງອາກາດ” (ເດືອນ ທັນວາ 1972 -  ເດືອນທັນວາ 2022).

        ງານວາງສະແດງໄດ້ແນະນຳເອກະສານພົ້ນເດັ່ນ 500 ຢ່າງ, ເຊິ່ງເປັນປື້ມ, ເອກະສານ, ວາລະສານ ທີ່ສ່ອງແສງການຜັນແປ, ວິວັດການ, ຂັ້ນຕອນການຕໍ່ສູ້ຂອງກອງທັບປ້ອງກັນອາກາດ - ກອງທັບອາກາດ, ກອງທັບ ແລະ ປະຊາຊົນ ຮ່າໂນ້ຍພ້ອມກັບບັນດາທ້ອງຖິ່ນພາກເໜືອ ໃນ 12 ວັນ ແລະ ຄືນແຫ່ງການຕໍ່ສູ້, ຕັດສິນໃຈໄຊຊະນະເຮືອບິນ B52 ຂອງ ອາເມລິກາ.

        ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທີ່ສຳນັກງານຂອງກອງພົນ 370, ນະຄອນ ໂຮ່ຈີມິນ, ເຂດທະຫານ 7, ສົມທົບກັບ ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໄດ້ໄຂງານວາງສະແດງ “ບົດເພງໄຊ ດ້ຽນບຽນຝູທາງອາກາດ”. ງານວາງສະແດງໄດ້ແນະນຳ 200 ພາບຖ່າຍ, ເອກະສານ, ວັດຖຸພັນ…

        ຢູ່ຫໍພິພິທະພັນໄຊຊະນະ B-52 (ຮ່າໂນ້ຍ), ຕອນເຊົ້າວັນດຽວກັນ, ສະຫະພັນແມ່ຍິງ ນະຄອນ ໄດ້ຈັດການພົບປະແລກປ່ຽນກັບຕົວພະຍານຫຼັກຖານປະຫວັດສາດ ໃນບັ້ນຮົບ ຮ່າໂນ້ຍ - ດ້ຽນບຽນຝູທາງອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ