ການເຄື່ອນໄຫວຫຼາຍຢ່າງໃນໂອກາດພິທີງານບູນວິສາຂະບູຊາ ພສ 2557

ການເຄື່ອນໄຫວຫຼາຍຢ່າງໃນໂອກາດພິທີງານບູນວິສາຂະບູຊາ ພສ 2557  - ảnh 1
ພາບປະກອບ

​(vovworld) – ​ເນື່ອງ​ໃນ​ໂອກາດພິທີງານ​ບູນ​ວິສາຂະບູຊາ ພສ 2557, ການ​ນຳ​ຄະນະ​ພັກແຂວງ​ອານ​ຢາງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ຂົນຂວາຍ​ປະຊາຊົນ​ຄະນະ​ພັກ​ແຂວງ, ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ, ຄະນະ​ສາສະໜາ​ໄດ້​ມາ​ຢ້ຽມຢາມ, ອວຍພອນ​ຄະນະ​ບໍລິຫານ​ພຸດທະ​ສາສະໜາ​ແຂວງ​ອານ​ຢາງ ​ແລະ  ວັດວາອາ​ຮາມ 73 ​ແຫ່ງ ກໍ່​ຄື​ຜູ້​ມີ​ຍົດ​ຖາ​ບັນດາສັກ​ທີ່​ດີ​ເດັ່ນ​ຂອງ​ພຸດທະ​ສາສະໜາ​ໃນ​ທົ່ວ​ແຂວງ. ຄະນະ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ການ​ປະກອບສ່ວນ​ຂອງ​ບັນດາວັດວາ​ອາ​ຮາມ ​ແລະ ພຸດທະສາສະນິກະຊົນ​ໃນ​ບໍລິ​ເວນ​ແຂວງ​ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ, ພິ​ເສດ​ແມ່ນ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ.

ຕອນ​ຄຳ່​ວັນ​ທີ 17/5, ຢູ່​ວັດຈົ່ວຮາງ - ກິມ​ເຊີນ​ຕຶ້ ຂຶ້ນ​ກັບ​ເທດສະບານ ຈົ່ວຮາງ, ​ເມືອງ​ດົ່ງ​ຫິ, ​ແຂວງ​ທ໋າຍງວຽນ, ພິທີງານ​ບູນ​ວິສາຂະບູຊາ ພສ 2557 ກໍ່​ຖືກ​ຈັດ​ຂຶ້ນ ດ້ວຍ​ຫົວ​ຂໍ້​ວ່າ “ພະພຸດ​ປະກົດ - ​ໂລກ​ສັນຕິພາບ - ມວນ​ຊົນ​ຢູ່​ເຢັນເປັນ​ສຸກ“. ທີ່​ງານ​ບຸນ, ບັນດາ​ຜູ້​ແທນ​ພ້ອມ​ກັບ​ພະສົງ​ສາມະ​ເນນ, ພຸດທະສາສະນິກະຊົນ​ໄດ້​ຮັບ​ຟັງ​ສານ​ຂອງພະ​ມະຫາ​ອາ​ຈານຂອງ​ພຸດທະ​ສາສະໜາ​ຫວຽດນາມ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ງານ​ບຸນ ​ແລະ ຮຽກຮ້ອງ​ພະສົງ​ສາມະ​ເນນ, ພຸດທະສາສະ​ນີກະ​ຊົນ ພ້ອມ​ກັບ​ປະຊາຊົນ​ມຸ່ງ​ໄປ​ສູ່​ຄູນ​ຄ່າ​ວັດທະນະທຳ​ມະນຸດ​ທີ່​ດີງາມ​ຂອງ​ສາສະໜາ​ພຸດ, ພ້ອມ​ທັງ​ຢືນຢັນ​ວ່າ​ສາສະໜາ​ພຸດ​ຈະ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ຊາດ​ຫວຽດນາມ​ໃນ​ແຕ່ລະ​ໄລຍະ​ທາງ​ປະຫວັດສາດ.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະມາຄົມ​ສາສະໜາ​ແຂວງກວາງ​ນິງ ກໍ່​ຈັດ​ຕັ້ງພິທີງານ​ບູນ​ວິສາຂະບູຊາ ພສ 2557 ຢ່າງ​ສົມ​ກຽດ ຢູ່​ວັດ​ຈິ່ງ, ອຽນ​ຕື.

ຂ່າວ/ບົດ​ອື່ນ