ການເຄື່ອນໄຫວເບິ່ງແຍງດູແລ,ໜູນຊ່ວຍຄົນງານ,ບັນດາເປົ້າໝາຍນະໂຍບາຍ,ຜູ້ທຸກຍາກຕ້ອນຮັບປີໃໝ່

ການເຄື່ອນໄຫວເບິ່ງແຍງດູແລ,ໜູນຊ່ວຍຄົນງານ,ບັນດາເປົ້າໝາຍນະໂຍບາຍ,ຜູ້ທຸກຍາກຕ້ອນຮັບປີໃໝ່ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 4/2, ສູນ​ກາງ​ສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ພ້ອມ​ກັບ​ຫົວໜ່ວຍ​ອຸປະຖຳ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ມອບ​ຂອງຂວັນກ່ວາ  1.600 ພູດ ​ແລະ ປີ້​ລົດ​ໃຫ​້ຄົນ​ງານ​ຍິງ​ກັບ​ເມືອ​ບ້ານ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016. ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ແຂວງ ບີ່​ງ​ເຢືອງ, ຮື​ງອຽນ ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື​ມອບ​ຂອງ​ຂວັນ, ປີ້​ລົດ​ໃຫ້​ບັນດາ​ກຳມະກອນ​ຍິງ ກັບ​ເມືອ​ບ້ານ​ຕ້ອນຮັບ​ບຸນ​ເຕັດ. ຍອດ​ຈຳນວນ​ເງິນ​ຊື້​ປີ້​ລົດ ​ແລະ ຂອງຂວັນ​​ມີ​ມູນ​ຄ່າກ່ວາ 1 ຕື້​ດົ່ງ.

        ສະພາກາ​ແດງ​ແຂວງ​ ບັກ​ກ້ານ ​ໄດ້​ສົມທົບ​ກັບ​ຄະນະ​ຂົນ​ຂວາ​ຍປະຊາຊົນ​ຄະນະ​ພັກ​ແຂວງ, ສະຫະພັນ​ແມ່​ຍິງ​ແຂວງ​ພ້ອມ​ກັບ​ບັນ​ດາ​ຫົວໜ່ວຍ​ອຸປະຖຳ​ໄດ້​ຈັດ​ຕັ້ງ​ລາຍການ​ມອບ​ຂອງຂວັນ​ບຸນ​ເຕັດ​ໃຫ້​ຜູ້​ທຸກ​ຍາກ​ຢູ່​ເມືອງ ປັກ​ນຳ້ ​ແລະ ມອບ​ເຂົ້າຕົ້ມ​ໃຫ້​ຄົນ​ເຈັບ​ທຸກ​ຍາກ, ຜູ້​ເຖົ້າ​ຢູ່​​ໂດດ​ດຽວ, ​ເດັກ​ກຳ​ພ້າ​ໃນ​ບໍ​ລິ​ເວນ​ເມືອງ ບັກ​ກ້ານ.

        ​ແຂ​ວງ ອານ​ຢາງ ກໍ່​ໄດ້​ຈັດ​ຕັ້ງ “ການ​ແຂງ​ຂັນ​ຫໍ່​ເຂົ້າຕົ້ມ​ລະ​ດູ​ບານ​ໃໝ​່ປີວ​ອກ 2016”. ​ຢູ່​ແຂວງ ລອງ​ອານ, ສະຫະພັນ​ແຮງ​ງານ​ແຂວງ ​ໄດ້​ຂົນຂວາຍ​ບັນດາ​ຜູ້​ໃຈ​ບຸນ​ໃຈ​ກຸສົນ, ບັນດາ​ນັກ​ວິ​ສາ​ຫະກິດ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ກ່ວາ 1.549 ພູດ​ໃຫ້​ກຳມະກອນ.

        ຢູ່​ຕາ​ແສງ Ia Xier, ​ເມືອງ ຊາ​ໄຖ່, ກອງບັນຊາ​ການ​ທະຫານ​ແຂວງ ກອນ​ຕຸ​ມ ​ໄດ້​ຈັດ​ຕັ້ງ​ວັນ​ບຸນ​ເຂົ້າຕົ້ມ​ຂຽວ​ເພື່ອ​ຜູ້​ທຸກ​ຍາກ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວອກ 2016.


ຂ່າວ/ບົດ​ອື່ນ