ການເຄື່ອນໄຫວແທດຈິງສະເຫຼີມສະຫຼອງວັນແມ່ຍິງຫວຽດນາມຢູ່ມາເລເຊຍ

ການເຄື່ອນໄຫວແທດຈິງສະເຫຼີມສະຫຼອງວັນແມ່ຍິງຫວຽດນາມຢູ່ມາເລເຊຍ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ແມ່​ຍິງ​ຜູ້​ດີ​ເດັ່ນ
(ພາບ: Hoàng Nhương/Vietnam+)

(vovworld) – ວັນ​ທີ 15/10, ສະ​ໂມ​ສອນ​ແມ່​ຍິງ​ຫວຽດ​ນາມ ຢູ່ ມາ​ເລ​ເຊຍ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ແມ່​ຍິງ ຫວຽດ​ນາມ (20/10) ດ້ວຍ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງຫຼາຍ​ຢ່າງ. ​ເປ​ີດ​ສາກ​ບັນ​ດາ​ການ​ເຄື່ອນ​ໄຫວ, ສະ​ຖານ​ທູດ ໄດ້​ເຊື້​ອ​ເຊີນ​ທ່ານ Richard Quad, ເຊິ່ງ​ແມ່ນ​ເຈົ້າ​ໜ້າ​ທີ່​ເຮັດ​ວຽກ​ໃນ​ຂະ​ແໜງ​ສານ ມາ​ເລ​ເຊຍ ມາ​ໂອ້​ລົມ, ແລກ​ປ່ຽນ​ກັບ​ປະ​ຊາ​ຄົມ​ບັນ​ດາ​​ຜູ້​ເປັນໃພ້​ຊາວ ຫວຽດ​ນາມ ຢ​ູ່​ທີ່ນີ້ ກ່ຽວກັບ​ບັນ​ດາ​ບັນ​ຫາ​​ກົດ​ໝາຍ​ທີ່​ເຂົາ​ເຈົ້າ​ເຄີຍ​ພົບ​ເຫັນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ ຟ້າມ​ກາວ​ຟອງ ເນັ້ນ​ໜັກ​ວ່າ: ພັກ ແລະ ລັດ​ເວົ້າ​ລວມກໍ່​ຄື​ສະ​ຖານ​ທູ​ດ​ເວົ້າ​ສະ​ເພາະ, ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຊ​ີ​ວິ​ດ​ຂອງ​ປະ​ຊາ​ຄົມ​ເອື້ອຍ​ນ້ອງ​ແມ່​ຍິງ ຫວຽດ​ນາມ ​ທີ່​ແຕ່ງ​ງານ​ກັບ​ຊາວ​ຕ່າງ​ປະ​ເທດ. ເລື່ອງ​ເຊື້ອ​ເຊີນ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ດ້ານ​​ກົດ​ໝາຍມາ​ເພື່ອ​ແລກ​ປ່ຽນ, ໂອ້​ລົມ, ແບ່ງ​ປັນ​ກັບ​ບັນ​ດາ​ຜູ້​ເປັນ​ໃພ້​ຊາວ ຫວຽດ​ນາມ ຢູ່ ມາ​ເລ​ເຊຍ ກໍ່​ເພື່ອ​ຈຸດ​ປະ​ສົງ​ນີ້. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຖານ​ທູດ ຫວຽດ​ນາມ ຈະ​ສືບ​ຕໍ່​ຊອກ​ຫາ ແລະ ເຊື້​ອ​ເຊີນ​ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ອື່ນໆ​ກ່ຽວ​ກັບ​ດ້ານ​ທີ່​ດິນ, ການ​ເງິນ… ມາ​ແລກ​ປ່ຽນ, ແບ່ງ​ປັນ​ກັບ​ເອື້ອຍ​ນ້ອງ​ແມ່​ຍິງ, ຊ່ວຍ​ໃຫ້ ​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ກົດ​ໝາຍກໍ່​ຄື​ຮີດ​ຄອງ​ປະ​ເພ​ນີ​ສັງ​ຄົມ ມາ​ເລ​ເຊຍ, ຜ່ານນັ້ນ​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​​ກັບຊີ​ວິດ​ສັງ​ຄົມ​ຢູ່​ທີ່ນີ້​ໃຫ້​ດີ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ