(ພາບປະກອບ: quangninh.gov.vn)
(vovworld)- ຕອນເຊົ້າວັນທີ 1/6, ຢູ່ຮ່າໂນ້ຍ, ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2013 ດ້ວຍຫົວເລື່ອງ “ສ້າງໂອກາດພັດທະນາໃຫ້ເດັກທຸກຍາກ ແລະ ເດັກເປັນຊາວຊົນເຜົ່າສ່ວນໜ້ອຍຢ່າງສະເໝີພາບ” ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດຫວຽດນາມ ຫງວຽທິຢວານ, ເດັກນ້ອຍ 600 ຄົນຕາງໜ້າໃຫ້ເດັກນ້ອຍກ່ວາ 25 ລ້ານຄົນໃນທົ່ວປະເທດ ພ້ອມດ້ວຍປະຊາຊົນນະຄອນຫຼວງນັບພັນໆຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽທິຢວານ ສະເໜີວ່າ:
“ເດືອນເຄື່ອນໄຫວເພື່ອເດັກນ້ອຍປີນີ້ໄດ້ຮັບການປຸກລະດົມພ້ອມກັບລະດູແລ້ງອາສາສະໝັກຂອງຊາວໜຸ່ມ, ສະມາຊິກຊ່າວໜຸ່ມທົ່ວປະເທດ. ສະນັ້ນ, ກ່ອນອື່ນໝົດ, ຊາວໜຸ່ມ, ສະມາຊິກຊາວໜຸ່ມແຕ່ລະຄົນ ດ້ວຍຄວາມສຸດຈິດສຸດໃຈ, ຄວາມຣັບຜິດຊອບຂອງຕົນ ຈົ່ງໄປຮອດເຂດຫ່າງໄກສອກຫລີກ ເຂດປະສົບກັບຄວາມຫຍຸ້ງຍາກ, ຊ່ວຍເຫຼືອເດັກທຸກຍາກ. ບັນດາຜູ້ເປັນພໍ່ເປັນແມ່ຈົ່ງລ້ຽງດູ, ສຶກສາອົບຮົມລູກກາຍເປັນລູກຄຳຮູ້, ນັກຮຽນເກັ່ງ, ເພື່ອກາຍເປັນເຈົ້າຂອງປະເທດຊາດໃນອະນາຄົດ”.
ໃນໂອກາດວັດເດັກສາກົນ 1/6 ແລະ ເລີ່ມເດືອນເຄື່ອນໄຫວເພື່ອເດັກນ້ອຍຫວຽດນາມ, ທ້ອງຖິ່ນຕ່າງໆໄດ້ຈັດບັນດາການເຄື່ອນໄຫວຄື: ໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ເດັກທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ, ຈັດບັນດາການເຄືອ່ນໄຫວລະຫຼີ້ນບັນເທິງໃຫ້ເຍົາວະຊົນ, ອະນຸຊົນ. ວັນທີ 31/5, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ອວຍພອນເຍົາວະຊົນຖືກຕິດເຊື້ອໄວຣັດ HIV ທີ່ສູນປິ່ນປົວພະຍາດ, ສຶກສາອົບຮົມແຮງງານສັງຄົມເລກ 2, ບາວີ່, ຮ່າໂນ້ຍ, ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງວ່າ:
“ຂ້າພະເຈົ້າສະເໜີໃຫ້ອົງຄະນະພັກຂັ້ນຕ່າງໆ, ອຳນາດການປົກຄອງທ້ອງຖິ່ນຈົ່ງມີຄວາມຮັບຮູ້ກ່ຽວກັບວຽກງານເອົາໃຈໃສ່ເບິ່ງແຍງ, ສຶກສາອົບຮົມເດັກຖືກຕິດເຊື້ອໄວຣັດ HIV ເປັນຢ່າງດີກ່ວາອີກ. ບັນດາຂະແໜງສາທາລະນະສຸກ, ການເງິນ, ສຶກສາ ແລະ ບຳລຸງສ້າງ ແລະ ຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈົ່ງລະດົມແຫຼ່ງທຶນຫຼາຍກ່ວາອີກເພື່ອເພີ່ມທະວີພື້ນຖານດ້ານວັດຖຸ, ຍົກສູງຄຸນນະພາບການກວດ, ປິ່ນນປົວພະຍາດໃຫ້ເດັກຖືກຕິດເຊື້ອໄວຣັດ HIV.”
ໃນຕອນຄ່ຳຂອງວັນທີ 31/5, ຢູ່ຮ່າໂນ້ຍ, ສະມາຄົມອຸປະກາລະເດັກຫວຽດນາມ (ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ) ໄດ້ຈັດການພົບປະສ້າງສັນກັບເດັກນ້ອຍ 50 ຄົນຕາງໜ້າໃຫ້ບັນດາເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານນາງຟ້າມທິຫາຍຈ່ວຽນ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຢືນຢັນວ່າ:
“ຢູ່ຫວຽດນາມ, ພວກຫຼານບໍ່ມີພຽງວັນເດັກສາກົນຄືວັນທີ 1/6 ເທົ່ານັ້ນ, ຫາກພວກຫຼານມີທັງເດືອນເຄື່ອນໄຫວເພື່ອເດັກນ້ອຍອີກດ້ວຍ ດ້ວຍບັນດາການເຄືອ່ນໄຫວອຸດົມສົມບູນ, ແທດຈິງ ຊື່ງທົ່ວສັງຄົມໄດ້ສະຫງວນໃຫ້ແກ່ພວກຫຼານ. ລຸງມີຄວາມພາກພູມໃຈເມື່ອເຫັນວ່າພວກຫຼານມີຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສູ້ຊົນບື່ນຕົວຂຶ້ນ ກາຍເປັນຫຼານຄຳຮູ້ຂອງລຸງໂຮ່, ນັກຮຽນເກັ່ງ. ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເຖິງພາລະກິດປົກປ້ອງ, ເອົາໃຈໃສ່ເບິ່ງແຍງ ແລະ ສຶກສາອົບຮົມເດັກ ແລະ ຍາມໃດກໍ່ສະຫງວນທຸກການໃຫ້ບຸລິມະສິດແກ່ພວກຫຼານ”