( vovworld ) - ໃນຂອບເຂດກອງປະຊຸມກາງສະໄໝກຸ່ມທີປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ເຊິ່ງຈັດຂຶ້ນຢູ່ນະຄອນ ດົງຮ່າ, ແຂວງກວາງຈິ້. ຕອນບ່າຍວັນທີ 4/6, ກະຊວງແຜນການ ແລະ ການລົງທຶນພ້ອມກັບທະນະຄານໂລກໄດ້ເປັນປະທານຈັດຕັ້ງ “ກອງປະຊຸມສຳມະນາສະພາບຕົວຈິງກ່ຽວກັບເສດຖະກິດມະຫາພາກ”. ບັນດານັກຄົ້ນຄວ້າ, ຜູ້ຊ່ຽວຊານດ້ານເສດຖະກິດພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງສາກົນໄດ້ສຸມໃສ່ຕີລາຄາສະພາບຕົວຈິງຂອງເສດຖະກິດຫວຽດນາມ ແລະ ຍົກອອກບັນດາມາດຕະການຊຸກຍູ້ການພັດທະນາເສດຖະກິດ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ລົງທຶນ Cao Viet Sinh, ເນັ້ນໜັກວ່າ.
“ລັດຖະບານປະຕິບັດມາດຕະການຕ່າງໆຢ່າງແຮງ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຄົນງານ, ພິເສດແມ່ນຜູ້ວາງງານຢູ່ບັນດາວິສາຫະກິດທີ່ຖືກຍຸບເລີກ ບັນດາເຂດອຸດສາຫະກຳລວມສຸນ. ນອກນັ້ນ, ລັດຖະບານມີມາດຕະການຍົກສູງໂຄງການຮັບປະກັນຊີວິດສັງຄົມ, ໂຄງການຈຸດໝາຍແຫ່ງຊາດ, ທຶນ ODA, FDI, ຜັນຂະຫຍາຍບັນດາມາດຕະການລະດົມ, ເພີ່ມເຕີມແຫຼ່ງທຶນໃຫ້ພື້ນຖານໂຄງລ່າງ”
ກອນໜ້ານັ້ນ, ຕອນເຊົ້າວັນທີ 4/6, ຄະນະຜູ້ແທນບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ໄປຢ້ຽມຢາມສະພາບຕົວຈິງຢູ່ບັນດາກິດຈະກຳ, ໂຄງການ ໂດຍອົງການຈັດຕັ້ງຕ່າງໆ, ລັດຖະບານຕ່າງປະເທດອຸປະຖຳໃຫ້ແກ່ແຂວງກວາງຈິ້. ທ່ານນາງ Victoria Kwakwa, ຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ ຖືວ່າ, ຈຳນວນທຶນທີ່ບັນດານັກອຸປະຖຳສາກົນສົ່ງໃຫ້ແກ່ຫວຽດນາມ ແມ່ນໜ້ອຍທີ່ສຸດເມື່ອທຽບໃສ່ທຸກສິ່ງທຸກຢ່າງ ທີ່ລັດຖະບານຫວຽດນາມ ໄດ້ລົງທຶນ ແລະ ສະຫງວນໃຫ້ແກ່ກິດຈະການລົງລ້າງຄວາມອຶດຫິວ ຫຼຸກຜ່ອນຄວາມທຸກຍາກ. ການພັດທະນາຂອງຫວຽດນາມ ໃນຊຸມປີຜ່ານມາໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ນຳໃຊ້ແຫຼ່ງທຶນຕ່າງໆຂອງບັນດານັກອຸປະຖຳສາກົນຢ່າງມີປະສິດທິຜົນ.