ວັນທີ 27/1, ຢູ່ບ້ານ ກຽນມີ໋, ເມືອງ ໄຕເຊີນ, ແຂວງ ບິ່ງດິ້ງ, ເຊິ່ງແມ່ນບ້ານເກີດເມືອງນອນຂອງນັກວິລະຊົນຊາວນາ ຫງວຽນເຮ່ວ ກວາງຈູງ ໄດ້ດຳເນີນການເຄື່ອນໄຫວວັດທະນະທຳ, ກິລາຢ່າງຟົດຟື້ນ ເພື່ອສະເຫຼີມສະຫຼອງ 223 ປີ ແຫ່ງວັນໄຊຊະນະ ງອກໂຮ່ຍ ດົ໋ງດາ.ຢູ່ເດີນຫໍບູຊາ ໄຕເຊີນຕາມກຽດ ແລະອະນຸສາວະລີ, ມີຊາວ ບິ່ງດິ້ງ ແລະນັກທ່ອງທ່ຽວ ນັບໝື່ນຄົນ ໄດ້ຖະຫວາຍດອກໄມ້, ທູບທຽນ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ສ້າງວິລະກຳທີ່ອົງອາດກ້າຫານ, ຂັບໄລ່ເສິກຕ່າງດ້າວອອກຈາກປະເທດ.
ແລະກໍ່ໃນຕອນເຊົ້າວັນທີ 27/1, ຢູ່ສວນສາທາລະນະວັດທະນະທຳ ດົ໋ງດາ, ນະຄອນ ຮ່າໂນ້ຍ, ໄດ້ຈັດງານບຸນສະເຫຼີມສະຫຼອງ 223 ປີ ແຫ່ງວັນໄຊຊະນະ ງອກໂຮ່ຍ ດົ໋ງດາ, ດ້ວຍການເຂົ້າຮ່ວມຂອງປະຊາຊົນນະຄອນຫຼວງ ແລະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ພາຍຫຼັງຈັດພິທີຖະຫວາຍທູບທຽນ, ແຫ່ຫວໍ, ຟ້ອນມັງກອນ ລະ ບູຊາແລ້ວ. ທ່ານນາງ ຮ່າທິເລຍຸງ, ຮອງປະທານເມືອງ ດົ໋ງດາ, ໃຫ້ຮູ້ວ່າ:
ເພື່ອເປັນການປຸກລະດົມ, ສົ່ງເສີມ, ສຶກສາ ປຊຊ ແລະລຸ້ນໜຸ່ມເມືອງ ດົ໋ງດາ ໃຫ້ເສີມຂະຫຍາຍມູນເຊື້ອຮັກຊາດ ແລະວິລະຊົນ, ພວກຂ້າພະເຈົ້າໄດ້ປະສານສົມທົບກັບຄະນະສິລະປະທະຫານເຂດ 2 ຈັດລາຍການສະແດງສິລະປະ ວາດພາບກ່ຽວກັບປະຫວັດສາດທີ່ອົງອາດກ້າຫານຂອງໄຊຊະນະ ງອກໂຮ໋ຍ - ດົ໋ງດາ. ແນໃສ່ສົ່ງເສີມ ປຊຊ ອອກແຮງແຂ່ງຂັນທຳການຜະລິດ, ຮຳ່ຮຽນ, ປະຕິບັດໜ້າທີ່ການເມືອງ, ເສດຖະກິດ, ສັງຄົມໃນປີ 2012 ໃຫ້ດີ.
ໃນວັນດຽວກັນ, ຢູ່ ຮ່າໂນ້ນ ກໍ່ຈັດງານບຸນ ບ່າຍຈ່ອຍ (ເຊິ່ງແມ່ນງານບຸນປະຈຳປີຂອງແຂວງບິ່ງດິ້ງ), ເນື່ອງໃນໂອກາດສະເຫຼີມສະຫຼອງ 223 ປີ ແຫ່ງວັນກວາງຈູງ ຕີເອົາຊະນະເສິກຊິງ , ປົດປ່ອຍເມືອງຫຼວງ ທັງລອງ. ງານບຸນ ບ່າຍຈ່ອຍປີນີ້ ດຳເນີນໄປດ້ວຍການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນມີ ດົນຕີ ຕີມວຍ ໄຕເຊີນ ຈະແມ່ນລາຍການເປີດສາກໃຫ້ງານບຸນ. ງານບຸນຈະດຳເນີນແຕ່ວັນທີ 27-29/1.