(vovword)- ຕອນເຊົ້າວັນທີ 7/5, ນະຄອນ ດ້ຽນບຽນ ໄດ້ຈັດຕັ້ງພິທີລະນຶກ 58 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (07/05/1945- 07/05/2012). ກ່າວສູນທອນທີ່ພິທີ, ທ່ານ Le Trong Khoi ເລຂາຄະນະພັກແຂວງ ດ້ຽນບຽນ ໄດ້ຢືນຢັນວ່າ: ໄຊຊະນະດ້ຽນບຽນຝູ ແມ່ນບັ້ນຮົບສະແດງໃຫ້ເຫັນບາດກ້າວເຕີບໃຫຍ່ຢ່າງກະໂດດຂັ້ນກ່ຽວກັບການສູ້ຮົບຂອງກອງທັບປະຊາຊົນຫວຽດນາມ ແມ່ນຫນຶ່ງໃນບັນດາວິລະກຳສູ້ຮົບທີ່ລືຊາຜາກົດໃນປະຫວັດສາດແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງຊາດ ຫວຽດນາມ ໃນສັດຕະວັດທີ 20. ໄຊຊະນະ ດ້ຽນບຽນຝູ ໄດ້ເປີດສາກການຫຼົ້ມເຫຼວຂອງລັດທິລ່າເມືອງຂຶ້ນ, ເປັນການລະດົມກຳລັງໃຈຢ່າງແຂງແຮງຕໍ່ຂະບວນການປົດປ່ອຍຊາດ, ຕໍ່ສູ້ເພື່ອສັນຕິພາບ, ເອກະລາດ, ຄວາມກ້າວຫນ້າສັງຄົມຂອງບັນດາປະເທດຫົວເມືອງຂຶ້ນໃນໂລກ.
ໃນຊຸມມື້ນີ້, ບັນດາທ້ອງຖິ່ນ, ສະມາຄົມນັກຮົບເກົ່າຂັ້ນຕ່າງໆຢູ່ ແຂວງ ດ້ຽນບຽນ ໄດ້ຈັດຕັ້ງການພົບປະສັງສັນ, ຢື້ຢາມຖາມຂ່າວບັນດານັກຮົບເກົ່າທີ່ໄດ້ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູໃນເມື່ອກ່ອນ, ໂອ້ລົມສົນທະນາ, ຫວນຄືນປະຫວັດສາດອັນສະຫງ່າລາສີຂອງໄຊຊະນະດ້ຽນບຽນຝູ ແລະ ບົດບາດຂອງບັນດານັກຮົບເກົ່າໃນການສ້າງສາຊີວິດໃນປະຈຸບັນ.
ແລະກໍເພື່ອສະເຫຼີມສະຫຼອງເຫດການປະຫວັດສາດອັນສຳຄັນນີ້, ຕອນຄ່ຳວັນທີ 6/5, ແຂວງ ດ້ຽນບຽນ ໄດ້ສົມທົບກັບແຂວງ ທາຍງວຽນ ຈັດຕັ້ງການຖ່າຍທອດສົດທາງໂທລະພາບ ດ້ຽນບຽນ - ທາຍງວຽນ, ດ້ວຍຫົວຂໍ້ວ່າ: “ຈາກ ATK ທາຍງວຽນ ເຖິງໄຊຊະນະປະຫວັດສາດ ດ້ຽນບຽນຟູ໋” ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງໄຊຊະນະປະຫວັດສາດ ດ້ຽນບຽນຟູ໋. ການຖ່າຍທອດສົດນີ້ ໄດ້ນຳສະເໜີຟິມຮູບເງົາ, ສາລະຄະດີ ກ່ຽວກັບຄວາມຫຍຸ້ງຍາກ, ລຳບາກແຕ່ ສະຫງ່າລາສີຂອງກອງທັບ - ປະຊາຊົນຫວຽດນາມ ໃນໄລຍະ 9 ປີທຳການສູ້ຮົບໃຫ້ແກ່ຜູ້ຊົມ. ທ່ານ Nguyen Truong Xuan, ນັກຮົບເກົ່າຜູ້ໜຶ່ງທີ່ພວມດຳລົງຊີວິດຢູ່ນະຄອນ ດ້ຽນບຽນຟູ໋ ໃຫ້ຮູ້ວ່າ: “ໃນຊຸມວັນນີ້, ປະຊາຊົນ ດ້ຽນບຽນ ພວກຂ້າພະເຈົ້າ ໃຜໆກໍມຸ່ງໄປສູ່ວັນສະເຫຼີມສະຫຼອງໄຊຊະນະດ້ຽນບຽນຟູ໋ ດ້ວຍຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງ. ເມື່ອໄດ້ຮັບຊົມ, ຮັບຟັງຜ່ານການເລົ່າເລື່ອງຂອງບັນດານັກຮົບເກົ່າ, ບັນດາຕົວພິຍານປະຫວັດສາດ, ຂ້າພະເຈົ້າຮູ້ສຶກຄືດັ່ງຕົນເອງໄດ້ກັບຄືນສູ່ບັ້ນຮົບໃນ ເມື່ອກ່ອນ. ຂ້າພະເຈົ້າ ແລະ ປະຊາຊົນທຸກຄົນ ພ້ອມກັນຮ່ວມແຮງຮ່ວມໃຈ, ປະກອບສ່ວນສ້າງສາເຂດດິນແດນແຫ່ງນີ້ໃຫ້ນັບມື້ນັບສວຍສົດງົດງາມ ແລະ ຮັ່ງມີເຂັ້ມແຂງ”