ການເຈລະຈາຂັ້ນສູງຫວຽດນາມ-ຍີ່ປຸ່ນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ທີ່ການປະຊຸມຂ່າວ
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 16-17/1. ພາຍຫລັງພິທີຕ້ອນຮັບຢ່າງສົມກຽດຈັດຂຶ້ນໃນຕອນບ່າຍວັນທີ 16/1 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ດຳເນີນການເຈລະຈາ. ທີ່ການປະຊຸມຂ່າວກ່ຽວກັບໝາກຜົນການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ຍີ່ປຸ່ນ ພວມແມ່ນປະເທດຊ່ວຍເຫລືອພັດທະນາຢ່າງເປັນທາງການ ODA ໃຫຍ່ສຸດໃຫ້ແກ່ຫວຽດນາມ, ແມ່ນປະເທດລົງທຶນຢູ່ຫວຽດນາມ ຢືນອັນດັບ 2 ແລະ ມີຈຳນວນນັກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ຢືນອັນດັບ 3 ແລະ ການພົວພັນດ້ານການຄ້າກັບຫວຽດນາມ ຢືນອັນດັບ 4. ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ສອງພື້ນຖານເສດຖະກິດ, ເຫັນດີກ່ຽວກັບຫລາຍຂົງເຂດຮ່ວມມືຊື່ງສອງຝ່າຍຫາກໍ່ລົງນາມ. ການນຳສອງທ່ານເຫັນດີຊຸກຍູ້ການຮ່ວມມື ຫວຽດນາມ ຍີ່ປຸ່ນ ໃນຂົງເຂດການຄ້າ, ການລົງທຶນ, ກະສິກຳ ເຕັກໂນໂລຊີສູງ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮ່ວມມືທ້ອງຖິ່ນ ແລະ ຮັບນັກສຶກສາຫວຽດນາມ ມາຮ່ຳຮຽນຄົ້ນຄ້ວາຢູ່ຍີ່ປຸ່ນ.
2 ຝ່າຍກໍເຫັນດີເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສສາກົນ, ພ້ອມກັນສົມທົບກັນຢ່າງແໜ້ນແຟ້ນເພື່ອໃຫ້ຫວຽດນາມ ຈັດຕັ້ງກອງປະຊຸມຂັ້ນສູງ APEC 2017 ສຳເລັດຜົນ. 2 ຝ່າຍກໍ່ເຫັນດີຕໍ່ຄວາມສຳຄັນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ການນຳໃຊ້ອາວຸດ, ເຄົາລົບກົດໝາຍສາກົນຢ່າງເຂັ້ມງວດ, ບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກໂດຍໄວ.
ສ່ວນທ່ານນາຍົກລັດຖະມົນຕີຍີ່ປຸ່ນ ໃຫ້ຮູ້ວ່າ, ຍີ່ປຸ່ນ ຖືເປັນສຳຄັນການພົວພັນກັບຫວຽດນາມ. ນີ້ກໍ່ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 3 ຂອງທ່ານ Shinzo Abe ໃນຖານະຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ໃຫ້ຮູ້ວ່າ, 2 ຝ່າຍເພີ່ມທະວີການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ຫວຽດນາມ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ເລິກເຊິ່ງຂຶ້ນຕື່ມ.
ພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ພ້ອມກັນເປັນສັກຂີພິຍານພິທີແລກປ່ຽນເອກະສານທີ່ໄດ້ລົງນາມລະຫວ່າງບັນດາກະຊວງ, ຂະແຫນງການ ແລະ ວິສາຫະກິດສອງປະເທດຊື່ງລວມມີ: ຈົດໝາຍການທູດແລກປ່ຽນທຶນ ODA ໃຫ້ໂຄງການຫນູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດລວມມູນຄ່າ 10 ຕື້ເຢັນ; ຈົດໝາຍການທູດແລກປ່ຽນໂຄງການຊ່ວຍເຫລືອຫລ້າໃຫ້ໂຄງການພັດທະນາເສດຖະກິດສັງຄົມ ສະຫນອງອຸປະກອນເພີ່ມທະວີກຳລັງຄວາມສາມາດຮັບປະກັນຄວາມປອດໄພທາງທະເລລວມມູນຄ່າ 300 ເຢັນ; ສັນຍາກູ້ຢືມທຶນ ODA ໃຫ້ແກ່ບາງໂຄງການແລະອື່ນໆ.