ການເຈລະຈາຂັ້ນສູງຫວຽດນາມ - ສະຫະພາບເອີລົບ

ການເຈລະຈາຂັ້ນສູງຫວຽດນາມ - ສະຫະພາບເອີລົບ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong
ຕ້ອນຮັບທ່ານ​ປະທານ​ສະພາ​ເອີ​ລົບ
(ພາບ: vietnamplus.vn)


(vovworld) -     ດັ່ງ​ທີ່​ພວກ​ເຮົາ​ໃຫ້​ຂ່າວ​ໄປ​ແລ້ວ, ​ໂດຍ​ຮັບຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ Truong Tan Sang ​ແລະ ພັນ​ລະ​ຍາ, ວັນ​ທີ 31/10 ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ແລະ ພັນ​ລະ​ຍາ​ເລີ່​ມຕົ້ນ​ການ​ຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ບ່າຍ​ວັນ​ທີ 31/10, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ເຈລະຈາ​ກັບທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy.

ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຕັ້ງໜ້າ​ຂອງ​ການ​ພົວພັນ​ສອງ​ຝ່າຍ​ນັບ​ທັງ 3 ຂົງ​ເຂດ​ເສົາ​ຄ້ຳ​ເສດຖະກິດ - ການ​ຄ້າ, ການ​ເມືອງ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ເຫັນ​ດີ​ສືບຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະຜູ້​ແທນ, ​ໂດຍ​ສະ​ເພາະ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສືບ​ຕໍ່​ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມ ​ແລະ EU ທຳ​ການລົງທຶນ, ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຕະຫຼາດ​ຂອງ​ກັນ​ຫຼາຍກວ່າ​ອີກ, ພິ​ເສດ​ແມ່ນ​ໃນບັນດາ​ຂົງ​ເຂດອຸດສາຫະກຳ, ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົງສົ່ງ, ພະລັງງານ, ການ​ເງິນ, ສາທາລະນະ​ສຸກ, ທ່ອງ​ທ່ຽວ ​ແລະ ການ​ບໍລິການ. EU ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ​ດ້ານ​ເຕັກນິກ, ຊຸກຍູ້​ການ​ເຈລະຈາ​ເພື່ອ​ໃຫ້​ 2 ຝ່າຍ​ສາມາດ​ສຳ​​ເລັດ​ໂດຍ​ໄວ ​ແລະ ລົງ​ນາມ​ໃນ​ສັນຍາ FTA ຫວຽດນາມ - EU; ຊຸກຍູ້​ເລື່ອງ​ຮັບ​ຮູ້​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ​ຂອງ​ຫວຽດນາມ ​ໂດຍ​ໄວ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ແນ​ໃສ່ຜັນ​ຂະຫຍາຍ​ບັນດາ​ໂຄງການ ODA ​ໄລຍະ 2011 – 2013 ຢ່າງ​ມີ​ປະສິດທິ​ພົນ ​ແລະ ກຳນົດ​ບຸລິມະສິດ​ຮ່ວມ​ມື​ໃນ​ໄລຍະ 2014 – 2020 ບົນ​ພື້ນຖານ​ຍຸດ​ທະ​ສາດ​ພັດທະ​ນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໄລຍະ 2011 – 2020.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ຮ່ວມ​ມື​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ - ​ເອີ​ລົບ (ASEM). ສອງ​ຝ່າຍ​ສະໜັບ​ສະໜູນ​ຄວາມ​ມານະ​ພະຍາຍາມ​ສ້າງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້ ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ມິດຕະພາບ; ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນຕ້ອງ​​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​​ເສລີ​ໃນ​ການ​ເດີນ​ທະ​ເລຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ; ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ການ​ພິພາດ​​ໂດຍສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ບັນລຸ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

​ເນື່ອງ​ໃນ​​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ສັນຍາ​ອຸປະຖຳ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ປີ 2012 ທີ່​ມີ​ມູນ​ຄ່າ150 ລ້ານ​ເອ​ໂລ ​ໂດຍ​ທະນາຄານ​ລົງທຶນ​ເອີ​ລົບ​ອຸປະ​ຖຳ ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບການ​ເຊັນ​ສັນຍາ​ການ​ເງິນ​ຂອງ “​ໂຄງການ​ໜູນ​ຊ່ວຍ​ນະ​ໂຍບາຍ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ເອີ​ລົບ (EUMUTRAP)”.

ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ມີ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ. ທ່ານ​ປະທານ​ປະ​ເທດ​ Truong Tan Sang ກ່າວ​ວ່າ : ​ເທບ

“ EU ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຄ້າ, ນັກ​ລົງທຶນ ​ແລະ ນັກ​ອຸປະຖຳ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ແລະ ຫວຽດນາມ​ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ 5 ຂອງ EU ​ໃນ​ກຸ່ມ​ອາຊຽນ. ​ເລື່ອງ 2 ຝ່າຍ​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ PCA ​ໃນ​ເດືອນ 6/2012 ​ແລະ ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ທີ່ 1 ສັນຍາ​ການ​ຄ້າ​ເສລີ FTA ຫວຽດນາມ- EU ​ໃນ​​ເ້ດືອນ 10/2012 ນັ້ນ , ​ແມ່ນ​ບາດກ້າວ​ເດີນ​ລະອຽດ​ທີ່​ສຳຄັນ​ແນ​ໃສ່​ສ້າງ​ການ​ພົວພັນ​ຄູ່ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ- EU ​ແລະ ບັນດາ​ປະ​ເທດ​ພາຄີ ”

ສ່ວນ​ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໃຫ້​ຮູ້​ວ່າ : (​ເທບ)

“ ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ພິ​ເສດ​ຂອງ EU ​ໃນ​ພາກ​ພື້ນ​ອາຊີ. ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ພົ​ວພັນ​ລະຫວ່າງ​ 2 ຝ່າຍ ບົນ​ພື້ນຖານ ສັນຍາ PCA ທີ່​ໄດ້​ລົງ​ນາມ​ໃນ​ຕົ້ນ​ປີ. ຂ້າພະ​ເຈົ້າ​ຍັງ​ຕີ​ລາຄາ​ສູງ​ການ​ດຳ​ເນີນ​ການ​ເຈລະຈາ ສັນຍາ​ການ​ຄ້າ​ເສລີ FTAລະຫວ່າງ ຫວຽດນາມ- EU, ສິ່ງ​ນີ້​ຈະ​ເປັນ​ການ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ຫວຽດນາມ ​ແລະ EU ” .

​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ຢ່າງ​ສະໜິດສະໜົມ .

ຂ່າວ/ບົດ​ອື່ນ