ອະດີດນາຍົກລັດຖະມົນຕີ ກົງໂກ Togo Edem Kogj
ພາບ:thenewsnigeria.com.ng
|
(vovworld)- ວັນທີ 27/8, ອະດີດນາຍົກລັດຖະມົນຕີ ກົງໂກ Togo Edem Kogj ພ້ອມທັງແມ່ນນັກໄກ່ເກ່ຍປອງດອງຂອງ ສະຫະພາບອາຟຼິກາ AU ໃຫ້ແກ່ການເຈລະຈາຊົນຊາດຢູ່ ກົງໂກ ໃຫ້ຮູ້ວ່າ:ບັນດາການເຈລະຈາລະຫວ່າງລັດຖະບານ ແລະ ຝ່າຍຄ້ານ ຢູ່ ກົງໂກ ກ່ຽວກັບບັນຫາຈັດຕັ້ງການເລືອກຕັ້ງປະທານາທິບໍດີ ຈະໄດ້ເລີ່ມຕົ້ນແຕ່ວັນທີ 1/9 ຈະມາເຖິງ ແລະ ຄາດວ່າແກ່ຍາວໃນເວລາ 2 ອາທິດ. ຈຸດເວລາດັ່ງກ່າວໄດ້ກຳນົດພາຍຫລັງປຶກສາຫາລືມາເປັນເວລາ 4 ວັນ ລະຫວ່າງຜູ້ຕາງຫນ້າພັກກຳອຳນາດ, ຝ່າຍຄ້ານຢູ່ ກົງໂກ ແລະ ກຸ່ມໄກ່ເກ່ຍປອງດອງຂອງ AU.