ການເຈລະຈາຍຸດທະສາດຫວຽດນາມ - ອີຕາລີ ຄັ້ງທີ 2
ການເຈລະຈາຍຸດທະສາດຫວຽດນາມ - ອີຕາລີ ຄັ້ງທີ 2
(ພາບ: vietnamplus.vn)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານຮອງລັດຖະມົນຕີການຕ່າງປະເທດອີຕາລີ Benedetto Della Vedova, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຮ່ຊວນເຊີນ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ເປັນປະທານຮ່ວມການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງຫວຽດນາມ - ອີຕາລີ ຄັ້ງທີ 2 ແຕ່ວັນທີ 10 – 12/09. ທີ່ການເຈລະຈາຍຸດທະສາດ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບພັດທະນາເສດຖະກິດສັງຄົມ, ແນວທາງການຕ່າງປະເທດຂອງແຕ່ລະປະເທດໃນໄລຍະມໍ່ໆມານີ້.
ແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ຫວຽດນາມ ແລະ ອີຕາລີ ຢືນຢັນ ຖືເປັນສຳຄັນ ແລະ ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາອັນດີງາມຂອງການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດໃນ 1 ປີຜ່ານມາ, ພ້ອມທັງຕີລາຄາສູງບັນດາກົນໄກແລກປ່ຽນ ແລະ ການຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ; ວັດທະນະທຳ - ການສຶກສາບຳລຸງສ້າງ; ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. 2 ຝ່າຍເຫັນດີພ້ອມກັນມານະພະຍາຍາມເພື່ອນຳການພົວພັນຮ່ວມມືດ້ານເສດຖະກິດເປັນເສົ້າຄ້ຳຕົ້ນຕໍໃນການພົວພັນຄູ່ຮ່ວມມືຍຸດທະສາດ, ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ປະຊາຄົມວິສາຫະກິດ 2 ປະເທດເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະ ເຊື່ອມຕໍ່ຄູ່ຮ່ວມມື, ສຸມໃສ່ບັນດາຂົງເຂດເຊິ່ງອີຕາລີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ຫວຽດນາມ ແລະ ອີຕາລີ ກໍ່ຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.