ການເຈລະຈານິວເຄຼຍ ອີຣານ ກັບກຸ່ມ P5+1 ຖືກລົ້ມລະລາຍ

ການເຈລະຈານິວເຄຼຍ ອີຣານ ກັບກຸ່ມ P5+1 ຖືກລົ້ມລະລາຍ - ảnh 1
ການ​ເຈລະຈາ​ນິວ​ເຄຼຍອີຣານ ກັບ​ກຸ່ມ P5+1 ຖືກ​ລົ້ມ​ລະລາຍ
(ພາບ: hanoimoi.com.vn)


(vovworld) - ທ່ານ​ປະທານ​າທິບໍດີ​ອີຣານ Hassan Rouhani ​ໃຫ້​ຮູ້​ວ່າ ບັນດາ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ອີຣານ ຖືກ​ຈຳກັດ, ​ໃນ​ນັ້ນ​ມີ​ສິດ​ພັດທະນາ​ນິວ​ເຄຼຍ ທີ່​​ເໝາະ​ສົມ ກັບ​ທຳນຽມ​ສາກົນ ​ແລະ ສິດ​ເສີມ​ທາດ​ຢູຣານີ ​ໃນ​​ເຂດ​ດິນ​ແດນ​ຂອງ​ອີຣານ. ທ່ານ​ປະທານາທິບໍດີ​ອີຣານ ກໍ່​ຮຽກຮ້ອງ​ໃຫ້​ວົງ​ຄະນະ​ຍາ​ດສາກົນ​ເຊື່ອ​ໝັ້ນຕໍ່​ລັດຖະບານ​ອີຣານ ​ແລະ ປະຊາຊົນ​ຂອງ​ປະ​ເທດ​ນີ້​ວ່າ ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ແມ່ນ​ເພື່ອ​ຈຸດໝາຍ​ສັນຕິພາບ. ຄຳ​ຖະ​ແຫຼ​ງຂອງ​ທ່ານ​ປະທານາທິບໍດີ​ອີຣານ ​ໄດ້​ຍົກ​ອອກ​ມາພາຍຫຼັງ​ການ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ​ເຢຍລະ​ມັນ ​ແລະ 5 ປະ​ເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ ອັງກິດ, ອາ​ເມ​ລິ​ກາ, ຝລັ່ງ, ລັດ​ເຊຍ, ຈີນ) ບໍ່​ບັນລຸ​ໄດ້​​ໝາກຜົນ ພາຍຫຼັງ​ດຳ​ເນີນ​ການ​ເຈລະຈາ​ເປັນ​ເວລາ 3 ວັນ​ຢູ່​​ເຊີ​ແນວ, ປະ​ເທດ​ສະ​ວິດ. ບັນດາ​ຝ່າຍ​ເຫັນ​ດີ​ຈະ​ພົບ​ປະກັນ​ຄັ້ງ​ໃໝ່​ໃນ​ວັນ​ທີ 20 ພະຈິກ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ຮອບ​ໃໝ່.

ຂ່າວ/ບົດ​ອື່ນ