ການເຈລະຈາລະຫວ່າງ ອິດສຣາແອນ ແລະ ປາແລດສຕິນ ຍັງບໍ່ທັນມີ ທາງອອກ

ການເຈລະຈາລະຫວ່າງ ອິດສຣາແອນ ແລະ ປາແລດສຕິນ ຍັງບໍ່ທັນມີ ທາງອອກ - ảnh 1
(ພາບປະກອບ: internationalpost)

(vovworld) - ວັນ​ທີ 03/04, ການ​ພົບ​ປະ​ທີ່ແກ່ຍາວ​ເປັນ​ເວລາ 9 ຊົ່ວ​ໂມງ​ລະຫວ່າງ​ຜູ້ຕາງໜ້າ​ອາ​ເມ​ລິ​ກາ, ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ​​ໄດ້ສິ້ນ​ສຸດ​ລົງ​ແຕ່​ບໍ່​ມີ​ສັນຍານ​ໃດ​ສະ​ແດງໃຫ້​ເຫັນ​ບັນດາ​ຝ່າຍ​ຈະ​ກັບ​ຄືນ​ສູ່ການ​ເຈລະຈາ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​​ໄຂ​ສະພາບ​ການ​ບໍ່​ມີ​ທາງ​ອອກ​ໃນ​ວິວັດ​ທະນາການ​ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ.

        ການ​ພົບ​ປະລະ​ຫວ່າງ​ທູດ​ພິ​ເສດ​ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນດາ​ສັນຕິພາບ​ຢູ່​ຕາ​ເວັນ​ອອກກາງທ່ານ Martin Indyk ຫົວໜ້າ​ຄະນະ​ເຈລະຈາ​ປາ​ແລດ​ສຕິນ ທ່ານ Saeb Erekat ​ແລະ ບັນດາ​ນັກ​ເຈລະຈາ​ອິດສຣາ​ແອນ ທ່ານ Tzipi Livni ​ແລະ Zitzhak Molcho ​ໄດ້​ຮັບ​ຖື​ແມ່ນ “ການ​ສູ້​ຮົບ​ດ້ານ​ການ​ເມືອງ​ຢ່າງ​ດຸ​ເດືອດ” ດ້ວຍ​ເລື່ອງ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ຕ້ອງ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ຄວບ​ຄຸມ​ການ​ແລກປ່ຽນ​ທີ່​ເຄັ່ງ​ຕຶງ​ລະຫວ່າງ 2 ຝ່າຍ. ທີ່​ການ​ພົບ​ປະ, ທ່ານ Erekat ​ໄດ້​ຢ້ຳຄືນ​ທັດສະນະທີ່ຖື​ວ່າ ບັນດາ​ນັກ​ການ​ທູດ ປາ​ແລດ​ສຕິນ ​ເຂົ້າ​ຮ່ວມ​ການ​ເຈລະຈາ​​ໃນ​ນາມ​ເປັນ​ຜູ້​ຕ່າງ​ໜ້າ​ລັດ​ປາ​ແລດ​ສຕິນ ​​ແລະ ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ ສະຫະ​ປະຊາຊາດ, ຫາກ​ບໍ່​ແມ່ນ​​ຈາງ​ໜ້າອຳນາດ​ການ​ປົກຄອງ​ປາ​ແລດ​ສຕິນ ທີ່​ພວມ​ຖືກ​ອິດສຣາ​ແອນ ຄຸ້ມ​ຄອງ. ຕໍ່ໜ້າ​ຄຳ​ຖະ​ແຫຼ​ງຂອງ​ຫົວໜ້າ​ຄະນະ​ເຈລະຈາ​ປາ​ແລດ​ສຕິນ, ບັນດາ​ນັກ​ເຈລະຈາ​ອິດສຣາ​ແອນ ​ໄດ້ກ່າວ​ເຕື່ອນຈະ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​​ໂທດ “ຢ່າງ​ຕໍ່​ເນື່ອງ” ສຳລັບ​ປາ​ແລດ​ສຕິນ.

ຂ່າວ/ບົດ​ອື່ນ