(ພາບ:xaluan.com)
(vovworld)- ເຈົ້າໜ້າທີ່ປາແລດສະຕິນ ທ່ານໜຶ່ງໃຫ້ຮູ້ວ່າ: ການເຈລະຈາສັນຕິພາບລະຫວ່າງອິດສະລາແອນ-ປາແລດສະຕິນ ຢູ່ Jericho ຕາມແຜນການດຳເນີນໃນຕອນທ່ຽງວັນທີ 26/8 ຖືກຍຸບເລິກ ພາຍຫຼັງກຳລັງປ້ອງກັນຄວາມສະຫງົບອິດສະລາແອນ ຍິງຊາວປາແລດສະຕິນ ຕາຍ 3 ຄົນ ໃນການປະທະກັນຢູ່ຄ້າຍລົບໄພ Qalandiya ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນຕອນເຊົ້າຂອງວັນດຽວກັນ. ໂຄສົກຂອງປະທານາທິບໍດີປາແລດສະຕິນ, ທ່ານ Nabil Abu Rudeina ໃຫ້ຮູ້ວ່າ: ເຫດການນີ້ຈະກໍ່ຜົນຮ້າຍອັນຫຍໍ້ທໍ້ສຳລັບວິວັດທະນາການສັນຕິພາບລະຫວ່າງ ອິດສະລາແອນ-ປາແລດສະຕິນ. ຕາມບັນດາພາຫະນະສື່ມວນຊົນແລ້ວ, ກຳລັງປ້ອງກັນຄວາມສະຫງົບອິດສະລາແອນ ໄດ້ຍິງຊາວປາແລດສະຕິນ ຕາຍ 3 ຄົນ ແລະ ເຮັດໃຫ້ 19 ຄົນຖືກບາດເຈັບໃນການປະທະກັນຢູ່ຄ້າຍ Qalanfiya ນອນໃນເຂດລະຫວ່າງກາງ Ramallah ແລະ Jerusalem ຕາເວັນອອກ. ໃນຂະນະນັ້ນ, ໂຄສົກຍິງຂອງຕຳຫຼວດອິດສະລາແອນ ໃຫ້ຮູ້ວ່າ: ກຳລັງປ້ອງກັນຊາຍແດນປະເທດນີ້ ໄດ້ນຳໃຊ້ “ບັນດາມາດຕະການຍຸບເລິກການຈະລາຈົນ“ ຂອງກຸ່ມຄົນໜຶ່ງລວມມີ 1500 ຄົນ ຊື່ງໄດ້ກໍ່ຄວາມອັນຕະລາຍເ້ຖິງຊີວິດອິນຊີຂອງກຳລັງປ້ອງກັນຄວາມສະຫງົບອິກສະລາແອນ.