ການເຈລະຈາອາເມລິກາ-ຈີນ:ຄວາມຄືບຫນ້າກ່ຽວກັບຄວາມປອດໄພເຄືອຂ່າຍອິນເຕີແນັດ

ການເຈລະຈາອາເມລິກາ-ຈີນ:ຄວາມຄືບຫນ້າກ່ຽວກັບຄວາມປອດໄພເຄືອຂ່າຍອິນເຕີແນັດ - ảnh 1
ບັນ​ດາ​ຜູ້​ແທນ​ອາ​ເມ​ລິ​ກາ ແລະ​ຈີນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ
ພາບ:Reuters

(vovworld)- ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ ແລະ ເສດ​ຖະ​ກິດ ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 7 ໄດ້ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 25/6 ຕາມ​ເວ​ລາ ຫວຽດ​ນາມ ຢູ່ ວໍ​ຊີງ​ຕັນ. ໃນ​ການ​ເຈ​ລະ​ຈາ​ມາ​ເປັນ​ເວ​ລາ 2 ມື້, ອາ​ເມ​ລິ​ກາ ແລະ ຈີນ ບັນ​ລຸ​ໄດ້​ໝາກ​ຜົນ​ຈຳ​ນວນ​ຫນຶ່ງ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ການ​ເງິນ ແລະ ການ​ຮ່ວມ​ມື​ສາ​ກົນ. ຕໍ່​ຫນ້າ​ຄວາມ​ເຄັ່ງ​ຕຶງ​ໂດຍ​ບັນ​ດາ​ເຫດ​ບຸກ​ໂຈມ​ຕ​ີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຢ່າງ​ຮ້າຍ​ແຮງ ຊື່ງ​ອາ​ເມ​ລິ​ກາ ກ່າວ​ຫາ​ໂດຍ​ແມ່ນ hacker ຈີນ ປະ​ຕິ​ບັດ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ ຈະ​ສົມ​ທົບ​ສຳ​ເລັດ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພ​ຶດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​​ທາງເຄືອ​ຂ່າຍ​ອິນ​ເຕີ​ແນດ. ກ່າ​ວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ກັບ​ທ່ານ ຢາງ​ເຈ​ຍ​ຊື້, ກຳ​ມະ​ການ​ລັດ​ຖະ​ບານ​ຈີນ, ທ່ານ John Kerry, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຊີ້ແຈ້ງວ່າ: hacker ໄດ້​ກໍ່​ຄວາມ​ເສຍ​ຫາຍ​​ຕໍ່​ບັນ​ດາ​ວິ​ສ​າ​ຫະ​ກິດ ອາ​ເມ​ລິ​ກາ ແລະ ສອງ​ຝ່າຍ​ຄວນ​ຮ່ວມ​ມື​ນຳ​ກັນ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫານີ້ ກໍ​ຄື​ສ້າງ​ບັນ​ດາ​ມາດ​ຖານ​ລ​ວມ.

        “ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ອາ​ເມ​ລິ​ກາ ແລະ ຈີນ ຄວນ​ຮ່ວມ​ມື​ນຳ​ກັນ​ເພື່ອ​ພັດ​ທະ​ນາ ແລະ ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ການ​​ແກ້​ໄຂ​ຂອງ​ລັດໃນ​ຂົງ​ເຂດ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຢ່າງ​ເໝາະ​ສົມ. ຈີນ ໄດ້​ເຫັນ​ດີ​ວ່າ ສອງ​ຝ່າຍ ຕ້ອງ​ຮ່ວມ​ມື​ເພື່ອ​ສຳ​ເລັດ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ.”

ກ່ຽວ​ກັບ​ຂົງ​ເຂດ​ສິ່ງ​ແວດ​ລ້ອ​ມ, ສອງ​ຝ່າຍ​ເຫັນ​ດີ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ຫມຸດ, ຕ້ານ​ການ​ຫາ​ສິນ​ໃນ​ນ້ຳ​ຢ່າງ​ຜິດ​ກົດ​ໝາຍ ແລະ ຄ້າ​ຂາຍ​ສັດ​ປ່າ. ສອງ​ຝ່າຍ​ກໍ​ໄດ້​ປະ​ກາດ​ຂໍ້​ລິ​ເລີ່ມ​ຫລາຍ​ຂໍ້​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

        ເຍີດ​ກີງ ຮູຍ​ຮ່​ວາງ, ນັກ​ຂ່າວ VOV ປະ​ຈຳ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ