( ພາບປະກອບ )
(vovworld) - ການເຈລະຈາ ”ເພີ່ມທະວີການຮ່ວມມືເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ເພື່ອການພັດທະນາແບບຍືນຍົງຂອງຫວຽດນາມ” ຖືກຈັດຂຶ້ນຢູ່ ຮ່າໂນ້ຍໃນຕອນບ່າຍວັນທີ 5/3. ບັນດາຄວາມເຫັນທີ່ການສຳມະນາໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຫຼາຍຂະແໜງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ. ດັ່ງນັ້ນ, ການອຸປະຖຳຂອງບັນດາວິສາຫະກິດໃຫ້ແກ່ອົງການວັດທະນະທຳຍາມໃດກໍ່ແມ່ນບັນຫາເປັນຕາຍສຳຫຼັບການພັດທະນາວັດທະນະທຳ. ຮອງສາດສະດາຈານ ຫງວຽນວັນຮູຍ, ຜູ້ອຳນວຍການສູນມໍລະດົກບັນດານັກວິທະຍາສາດຫວຽດນາມ, ປະກອບຄວາມເຫັນວ່າ:
”ຂ້າພະເຈົ້າຄິດວ່າ ມີ 3 ຮູບການຮ່ວມມືທີ່ເປັນພື້ນຖານ. ທີ່ໜຶ່ງແມ່ນ, ບັນດາວິສາຫະກິດສາມາດສ້າງຕັ້ງກອງທຶນທີ່ສະຫງວນໃຫ້ແກ່ການພັດທະນາວັດທະນະທຳ - ສັງຄົມ. ທີ່ສອງແມ່ນ, ບັນດາວິສາຫະກິດສາມາດມອບໝາຍໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມີອິດທິພົນຊື່ສຽງ ນຳໃຊ້ຈຳນວນເງິນຂອງຕົນໃນການພັດທະນາວັດທະນະທຳຢ່າງມີປະສິດທິຜົນທີ່ສຸດ. ທີສາມແມ່ນ, ບັນດາວິສາຫະກິດສາມາດອຸປະຖຳໂດຍກົງໃຫ້ແກ່ການເຄື່ອນໄຫວວັດທະນະທຳ. ພວກເຮົາກໍ່ຄວນຮຳ່ຮຽນເອົາບົດຮຽນຈາກສາກົນຄື, ເມື່ອວິສາຫະກິດອຸປະຖຳທາງດ້ານວັດທະນະທຳ ເຂົາເຈົ້າຈະໄດ້ຊົມໃຊ້ຜົນປະໂຫຍດ ກ່ຽວກັບເຄື່ອງໝາຍ, ຊື່ສຽງ, ມີບາງປະເທດຍັງຫຼຸດຜ່ອນພາສີໃຫ້ແກ່ບັນດາວິສາຫະກິດອີກ”.