ການເຈລະຈາTPPໄດ້ມີບາດກ້າວບຸກທະລຸດ້ານຊີວະວິທະຍາ
(ພາບປະກອບ: Reuters)
(vovworld) – ວັນທີ 04/10, ອາເມລິກາ ແລະ ອົດສຕາລີ ບັນລຸໄດ້ສັນຍາຕົກລົງກ່ຽວກັບອາລັກຂາສິດຜູກຂາດສຳລັບບັນດາຜະລິດຕະພັນຢາຊີວະໃໝ່. ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸ, ເປີດຊອງທາງໃຫ້ 12 ປະເທດກ້າວໄປເຖິງການສ້າງສຳເລັດສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ກວ່າ, ພາຍຫຼັງຖືກປະລາໄຊເປັນຫຼາຍຄັ້ງ. ຕາມສັນຍາທີ່ໄດ້ລົງນາມ, ກຳຍົດເວລາອາລັກຂາສຳລັບບັນດາຜະລິດຕະພັນຢາຊີວະແມ່ນ 8 ປີ, ສອດຄ່ອງກັບຂໍ້ສະເໜີໃໝ່ຂອງອາເມລິກາ. ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ຖ້າຫາກກອງປະຊຸມ TPP ຄັ້ງນີ້ບໍ່ບັນລຸໄດ້ຂໍ້ຕົກລົງສຸດທ້າຍ, ວິວັດການເຈລະຈາ TPP ຍັງອາດຈະສຳເລັດໃນປີ 2015 ນີ້, ເມື່ອບັນດານັກເຈລະຈາພົບປະກັນຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ຊຶ່ງຄາດວ່າ ຈະຈັດຂຶ້ນໃນກາງເດືອນ 11 ຈະມາເຖິງຢູ່ຟີລິບປີນ.