ການເຕີບໂຕຂອງ GDP ປີ 2017 ຂອງ ຫວຽດນາມ ຄາດຄະເນບັນລຸໄດ້ 6,7%

(VOVWORLD) - ການເຕີບໂຕຂອງ GDP ປີ 2017 ຂອງ ຫວຽດນາມ ຄາດຄະເນບັນລຸໄດ້ 6,7% ນີ້ແມ່ນຕົວເລກເຊິ່ງລັດຖະບານ ຍົກອອກໃນບົດລາຍງານກ່ຽວກັບສະພາບເສດຖະກິດ - ສັງຄົມປີ 2017 ແລະ ຄາດຄະເນແຜນການພັດທະນາເສດຖະກິດສັງຄົມປີ 2018 ຍື່ນສະເໜີຄະນະປະຈຳສະພາແຫ່ງຊາດ ໃນຕອນເຊົ້າວັນທີ 12 ຕຸລາ. 
ການເຕີບໂຕຂອງ GDP ປີ 2017 ຂອງ ຫວຽດນາມ ຄາດຄະເນບັນລຸໄດ້ 6,7% - ảnh 1 ພາບປະກອບ

ລັດຖະບານໃຫ້ຮູ້ວ່າໝາກຜົນການເຕີບໂຕຂອງ GDP ໝົດປີຄາດຄະເນບັນລຸໄດ້ 6,7%, ສຳເລັດຄາດໝາຍທີ່ວາງອອກ, ການເຕີບໂຕຂອງໄຕມາດນີ້ແມ່ນສູງກວ່າໄຕມາດກ່ອນ ດ້ວຍຊ່ອງວ່າງກວ້າງ, ໝາກຜົນນີ້ແມ່ນການປະກອບສ່ວນຂອງທຸກຂະແໜງການ, ຂົງເຂດ, ສະແດງອອກຢູ່ລະດັບເພີ່ມຂຶ້ນສູງ, ພ້ອມທັງຢູ່ 3 ຂົງເຂດ. ພົ້ນເດັ່ນແມ່ນການເຕີບໂຕສູງໃນຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ການບໍລິການລ້ວນແຕ່ເພີ່ມຂຶ້ນຢ່າງເຂັ້ມແຂງ 7,6%. ກະສິກຳ, ປ່າໄມ້, ສິນໃນນ້ຳ ໄດ້ຟື້ນຕົວ ແລະ ເພີ່ມຂຶ້ນ 2,9%. ບັນດາຕົວເລກຄາດໝາຍອື່ນໆກໍ່ເພີ່ມສູງເມື່ອທຽບກັບປີກ່ອນຄື: ການສົ່ງອອກເພີ່ມຂຶ້ນຢ່າງແຮງ ກວ່າ 14%, ສູງກວ່າ 2 ເທົ່າເມື່ອທຽບກັບລະດັບເພີ່ມຂຶ້ນຂອງ GDP ແລະ ສູງກວ່າ 1,5 ເທົ່າ ລະດັບເພີ່ມຂຶ້ນຂອງປີກາຍ; ລາຍຮັບງົບປະມານຂອງລັດຄາດຄະເນແມ່ນເພີ່ມຂຶ້ນ 10%, ສູງກວ່າ 1,5 ເທົ່າ ເມື່ອທຽບກັບລະດັບເພີ່ມຂຶ້ນຂອງ GDP…

ຕອບກັບ

ຂ່າວ/ບົດ​ອື່ນ