(vovworld)- ວັນທີ 21/1 ຢູ່ ຮ່າໂນ້ຍ, ທະນາຄານໂລກ ( WB ) ຢູ່ ຫວຽດນາມ ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດທົ່ວໂລກ ປີ 2013, ໃນນັ້ນໄດ້ເຕື້ອງເຖິງສະພາບເສດຖະກິດ ຫວຽດນາມ. ໃນການປະຊຸມຂ່າວ, ທ່ານ Deepak Mishra ຜູ້ຊ່ຽວຊານເສດຖະກິດ, ຫົວຫນ້າອົງການຜູ້ຕາງຫນ້າທະນາຄານໂລກປະຈຳ ຫວຽດນາມ ໄດ້ເນັ້ນຫນັກວ່າ: ການຈະເລີນເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ໃນປີ 2012 ຢູ່ໃນລະດັບ 5,2% ແລະ ຄາດວ່າຈະເພີ່ມຂຶ້ນປະມານ 5,5% ໃນປີ 2013. ການຮັກສາເສດຖະກິດມະຫາພາກແມ່ນບຸລິມະສິດຂອງລັດຖະບານ.
ພາບປະກອບ:internet
|
ກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກປີ 2013, ທ່ານ Andrew Burns ຫົວຫນ້າຫນ່ວຍຄົ້ນຄ້ວາເສດຖະກິດມະຫາພາກ, ຊຶ່ງເປັນຜູ້ຂຽນບົດລາຍງານດັ່ງກ່າວໄດ້ເນັ້ນຫນັກວ່າ: 4 ປີພາຍຫລັງວິກິດການເສດຖະກິດທົ່ວໂລກ, ພື້ນຖານເສດຖະກິດໂລກຍັງຄົງສືບຕໍ່ປະສົບກັບຄວາຫຍຸ້ງຍາກ. ບັນດາພື້ນຖານເສດຖະກິດພວມພັດທະນາຍັງຄົງສວມບົດບາດນຳຫນ້າຂອງການເຕີບໂຕທົ່ວໂລກ ແຕ່ລະດັບຈະເລີນເຕີບໂຕຊັກຊ້າ. ເບິ່ງລວມແລ້ວ, ການເຕີບໂຕທົ່ວໂລກຈະບັນລຸຢູ່ໃນລະດັບ 2,4% ໃນປີ 2013.