ການເພີ່ມທະວີຄວາມສາມາດຂອງລະບົບສະໜອງໃນກຸ່ມຕ່ຳແຜ່ນຕັດຫຍິບ
ພາບປະກອບ
|
(vovworld)- ຕາມສະມາຄົມຕ່ຳແຜ່ນຕັດຫຍິບຫວຽດນາມ (Vitas) ແລ້ວ, Vitas ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມສະຫະພັນຕ່ຳແຜ່ນຕັດຍິບ ບັນດາປະເທດອາຊີຕາເວັນອອກສຽງໃຕ້ (AFTEX) ແລະ ກອງປະຊຸມສາກົນ ກ່ຽວກັບ “ການເພີ່ມທະວີຄວາມສາມາດ ຂອງລະບົບສະໜອງ ໃນກຸ່ມຕ່ຳແຜ່ນຕັດຍິບ ອາຊຽນ ເພື່ອແນໃສ່ມຸ່ງໄປສູ່ການພັດທະນາແບບຍືນຍົງ”. ບັນດາລາຍການຈະດຳເນີນ ລະຫວ່າງ ວັນທີ 31/10 ເຖິງ 2/11/2016 ຢູ່ ຮ່າໂນ້ຍ. ໃນຂອບເຂດກອງປະຊຸມ ມີກອງປະຊຸມສຳມະນາ “ການເພີ່ມທະວີຄວາມສາມາດ ຂອງລະບົບສະໜອງ ໃນກຸ່ມຕ່ຳແຜ່ນຕັດຍິບ ອາຊຽນ”, ສຸມໃສ່ວິເຄາະຜົນກະທົບ ຂອງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ບັນດາສັນຍາການຄ້າເສລີ (FTA) , ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ພາກພື້ນປະຊາຄົມອາຊຽນ (AEC) ສຳລັບຕ່ຳແຜ່ນຕັດຍິບພາຍໃນກຸ່ມ. ນອກຈາກນັ້ນຍັງມີ ງານວາງສະແດງ ວັດຖຸດີບ, ເຄື່ອງເສີມຕ່ຳແຜ່ນຕັດຫຍິບ ຫວຽດນາມ 2016 ເຊິ່ງວາງສະແດງ ແລະ ແນະນຳບັນດາວັດຖຸດີບ, ພະຫະນະເຄື່ອງຈັກ ແລະ ເຕັກໂນໂລຊີທີທັນສະໄໝຮັບ ໃຊ້ຂະແໜງຕ່ຳແຜ່ນຕັດຍິບ, ດ້ວຍການເຂົ້າຮ່ວມ ຂອງວິສາຫະກິດ ກວ່າ 190 ແຫ່ງ ມາຈາກ 15 ປະເທດ ແລະ ເຂດແຄ້ວນ ດ້ວຍເນື້ອທີ່ວາງສະແດງທັງໝົດ 5.000 ຕາແມັດ.