ການເລືອກຕັ້ງປະທານາທິບໍດີອາເມລິກາ 2020: ຜູ້ພິພາກສາປະຕິເສດຄຳຮ້ອງທຸກຂອງປະທານາທິບໍດີ D.Trump ຢູ່ລັດ Pennsylvania

(VOVWORLD) -ຄຳຕັດສິນດັ່ງກ່າວໄດ້ເປັນການເປີດຊ່ອງທາງໃຫ້ລັດ Pennsylvania ຢັ້ງຢືນໄຊຊະນະຂອງຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ Joe Biden

ການເລືອກຕັ້ງປະທານາທິບໍດີອາເມລິກາ 2020: ຜູ້ພິພາກສາປະຕິເສດຄຳຮ້ອງທຸກຂອງປະທານາທິບໍດີ D.Trump ຢູ່ລັດ Pennsylvania - ảnh 1ເຂດໜັບບັດຂອງລັດ Pennsylvania

(ພາບ: Getty/TTXVN)

ວັນທີ 21 ພະຈິກ, ຜູ້ພິພາກສາສານສະຫະລັດອາເມລິກາ ທ່ານ Matthew Brann ໄດ້ປະຕິເສດຄຳຮ້ອງທຸກຂອງກຸ່ມຫາສຽງສະໝັກເລືອກຕັ້ງປະທານາທິບໍດີອາເມລິກາຄືນໃໝ່ ຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບບັນດາການສໍ້ກົງການໃນປ່ອນບັດຢູ່ລັດ Pennsylvania, ເຊິ່ງແມ່ນລັດມີຜູ້ຕ່າງໜ້າຜູ້ມີສິດເລືອກຕັ້ງ 20 ບັດ. ທ່ານ Matthew Brann ຖືວ່າ, ຖັນແຖວຂອງທ່ານ D.Trump “ອ້າງເຫດຜົນດ້ານກົດໝາຍແມ່ນບໍ່ມີພື້ນຖານ ແລະ ບັນດາຄຳກ່າວຫາມີລັກສະນະຄາດຄິດ”. ຄຳຕັດສິນດັ່ງກ່າວໄດ້ເປັນການເປີດຊ່ອງທາງໃຫ້ລັດ Pennsylvania ຢັ້ງຢືນໄຊຊະນະຂອງຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕ Joe Biden, ຄາດວ່າຈະໄດ້ຮັບການປະກາດໃນວັນທີ 23 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ