ການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020: ຜູ້ສະໝັກເລືອກຕັ້ງ Joe Biden ມີຄວາມປະເອີບໃຈ ກ່ຽວກັບຜົນການເລືອກຕັ້ງ
(VOVWORLD) -ໃນຈຸດເວລາດຽວກັນ, ຂ່າວໄດ້ຮັບໄຊຊະນະຢູ່ບັນດາລັດສຳຄັນຄື Wicoshin ຫຼື Michigan ລ້ວນແຕ່ໄດ້ປະກາດ, ຕອນຄ່ຳວັນທີ 4 ພະຈິກ (ຕາມເວລາ ອາເມລິກາ), ຜູ້ສະໝັກເລືອກຕັ້ງ Joe Biden ຂອງພັກປະຊາທິປະໄຕ ໄດ້ຈັດການຖະແຫຼງຂ່າວວິເຄາະກ່ຽວກັບການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ກໍຄືຂັ້ນຕອນການນັບບັດ.
ຜູ້ສະໝັກເລືອກຕັ້ງ Joe Biden ກ່າວຄຳເຫັນ ພາຍຫຼັງສິ້ນສຸດການເລືອກຕັ້ງ ຢູ່ນະຄອນ Wilmington, ທ່ານ Joe Biden ຢັ້ງຢືນວ່າ: ເປັນທີ່ຈະແຈ້ງແລ້ວວ່າ ພວກຂ້າພະເຈົ້າຈະຍາດໄດ້ຄົບຕາມຈຳນວນ (ພາບ:AFP/TTXVN)
|
ກ່າວຄຳເຫັນຢູ່ນະຄອນ Wilmington, ທ່ານ Joe Biden ຢັ້ງຢືນວ່າ: ເປັນທີ່ຈະແຈ້ງແລ້ວວ່າ ພວກຂ້າພະເຈົ້າຈະຍາດໄດ້ຄົບຕາມຈຳນວນບັດສະໜັບສະໜູນທີ່ຕ້ອງມີ ແມ່ນ 270 ບັດຈາກຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພວກຂ້າພະເຈົ້າຈະແມ່ນບຸກຄົນທີ່ຍາດໄດ້ໄຊຊະນະ.
ໄປຄຽງຄູ່ກັນນັ້ນ, ທ່ານ Joe Biden ກໍເນັ້ນໜັກເຖິງເລື່ອງ “ຕ້ອງນັບໝົດທຸກບັດ”. ນີ້ໄດ້ຮັບຖືວ່າ ແມ່ນຄຳຖະແຫຼງທີ່ກົງກັນຂ້າມກັບທັດສະນະຂອງທ່ານປະທານາທິບໍດີ Donald Trump. ປັດຈຸບັນ, ຄະນະຈັດບັ້ນຫາສຽງເລືອກຕັ້ງຂອງທ່ານ Donald Trump ໄດ້ຮຽກຮ້ອງໃຫ້ສານຢຸດຕິການນັບບັດຊົ່ວຄາວຢູ່ Michigan ແລະ Pennsylvania.
ດ້ວຍບັນດາຕົວເລກຫຼ້າສຸດ, ທ່ານ Joe Biden ພວມມີທ່າໄດ້ປຽບຫຼາຍກວ່າ ໃນການຊ່ວງເສັງຄັ້ງນີ້ ເມື່ອທຽບໃສ່ທ່ານປະທານາທິບໍດີ Donald Trump. ປັດຈຸບັນ, ຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕ ໄດ້ຮັບບັດສະໜັບສະໜູນ 264 ບັດ, ເຊິ່ງໃກ້ຈະຄົບ 270 ບັດຈາກຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ.