ການເລືອກຕັ້ງປະທານາທິບໍດີ ອາເມລິກາ 2020
(VOVWORLD) - ຜູ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ 2 ທ່ານ ເຊິ່ງແມ່ນທ່ານ Donald Trump ແລະ ທ່ານ Joe Biden ຈະມີການໂຕ້ວາທີຄັ້ງສຸດທ້າຍໃນຕອນຄ່ຳວັນທີ 22 ຕຸລາ.
ບັນດາເນື້ອໃນຂອງການໂຕ້ວາທີ ຈະລວມມີການຮັບມືກັບໂລກລະບາດໂຄວິດ-19, ຄອບຄົວ ອາເມລິກາ, ເຊື້ອຊາດຜິວພັນຢູ່ ອາເມລິກາ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງແຫ່ງຊາດ ແລະ ການຊີ້ນຳນຳພາ.
ທ່ານ Donald Trump ແລະ ທ່ານ Joe Biden. ພາບ: CNN່ |
ເຖິງຢ່າງໃດກໍ່ຕາມ, ວັນທີ 19 ຕຸລາ, ທ່ານ Bill Stipien, ຜູ້ຄຸ້ມຄອງບັ້ນຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຄົນປະຈຸບັນ ໄດ້ສົ່ງຈົດໝາຍຍື່ນສະເໜີຕໍ່ຄະນະກຳມະການໂຕ້ວາທີປະທານາທິບໍດີ ເພື່ອຄັດຄ້ານບັນດາຫົວເລື່ອງ ເຊິ່ງນັກຂ່າວຊ່ອງໂທລະພາບ NBC News, ເປັນຜູ້ປະສານການໂຕ້ວາທີໄດ້ຄັດເລືອກເອົາ. ຈົດໝາຍຂອງທ່ານ Stipien ຖືວ່າ: ຄະນະກຳມະການໂຕ້ວາທີປະທານາທິບໍດີ ຄວນສືບຕໍ່ມູນເຊື້ອທີ່ມີມາແຕ່ດົນນານ ນັ້ນແມ່ນຍົກອອກຫົວເລື່ອງນະໂຍບາຍການຕ່າງປະເທດເປັນຈຸດສຸມຂອງການໂຕ້ວາທີ ເຊິ່ງຈະດຳເນີນໃນວັນທີ 22 ຕຸລາ.
ກ່ຽວຂ້ອງເຖິງການເລືອກຕັ້ງປະມານາທິບໍດີ ອາເມລິກາ 2020, ປະຈຸບັນ ມີຊາວ ອາເມລິກາ ເກືອບ 30 ລ້ານຄົນ ໄດ້ໄປປ່ອນບັດກ່ອນກຳນົດເວລາ ໃນການເລືອກຕັ້ງປະທານາທິບໍດີ ເຊິ່ງຈະດຳເນີນໃນວັນທີ 3 ພະຈິກ ຈະມາເຖິງ, ນັ້ນແມ່ນສັນຍານສະແດງໃຫ້ເຫັນອັດຕາສ່ວນໄປປ່ອນບັດສູງລະດັບສະຖິຕິໃນປີ 2020.