ການເລືອກຕັ້ງຢູ່ອາເມລິກາປີ2016:ບັນດາບັ້ນຮົບໂຄສະນາຫາສຽງເລືອກຕັ້ງໄດ້ເພີ່ມຂຶ້ນກະໂດດຂັ້ນເມື່ອທຽບໃສ່ປີ2012
ບັ້ນຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາປີ 2016 ໄດ້ສ້າງຕົວເລກສະຖິຕິໃຫມ່ກ່ຽວກັບຈຳນວນການໂຄສະນາ
ພາບ:internet
|
(vovworld)- ບັນດາບັ້ນຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາປີ 2016 ໄດ້ສ້າງຕົວເລກສະຖິຕິໃຫມ່ກ່ຽວກັບຈຳນວນການໂຄສະນາ ດ້ວຍລະດັບເພີ່ມຂຶ້ນ 122% ເມື່ອທຽບໃສ່ກ່ອນນີ້ 4 ປີ. ຕາມການຄົ້ນຄ້ວາຂອງ Wesleyan Media Project ຊື່ງແມ່ນໂຄງການຄົ້ນຄ້ວາສະເພາະລາຍການໂຄສະນາໂດຍໄດ້ອອກອາກາດໃນບັນດາບັ້ນເລືອກຕັ້ງຢູ່ອາເມລິກາ ນັບແຕ່ເດືອນ 1/2015, ບັນດາບັ້ນຫາສຽງເລືອກຕັ້ງປະທານາທິບໍດີຂອງບັນດາພັກຝ່າຍກໍຄືກຸ່ມຫາສຽງເລືອກຕັ້ງພາຍນອກໄດ້ໃຊ້ຈຳນວນເງິນ 408 ລ້ານ USD ໃຫ້ແກ່ 480.000 ລາຍການໂຄສະນາ ເມື່ອທຽບໃສ່ປີ 2012 ແມ່ນໃຊ້ ຈຳນວນເງິນ 120 ລ້ານ USD ໃຫ້ແກ່ 220.000 ລາຍການໂຄສະນາ.