ການ​ເລືອກ​ຕັ້ງ​ຢູ່ ໄທ: ພັກ​ກ້າວ​ໄກ ແລະ ພັກ​ເພື່ອໄທ ບັ​ນ​ລຸ​ໄດ້ຫຼາຍບັດ​ສະ​ໜັບ​ສະ​ໜູນ ກວ່າ​ພັກ​ຝ່າຍ​ອື່ນໆ​

(VOVWORLD) -  ຜົນການນັບບັດໃນເບື້ອງຕົ້ນ ໄດ້ຊີ້ໃຫ້ເຫັນວ່າ ພັກກ້າວໄກ (MFP) ແລະ ພັກເພື່ອໄທ ພວມບັນລຸໄດ້ຫຼາຍບັດສະໜັບສະໜູນກວ່າພັກຝ່າຍອື່ນໆ ໃນການເລືອກຕັ້ງທົ່ວປະເທດທີ່ດຳເນີນໃນວັນທີ 14 ພຶດສະພາ ຢູ່ ໄທ.
ການ​ເລືອກ​ຕັ້ງ​ຢູ່ ໄທ: ພັກ​ກ້າວ​ໄກ ແລະ ພັກ​ເພື່ອໄທ ບັ​ນ​ລຸ​ໄດ້ຫຼາຍບັດ​ສະ​ໜັບ​ສະ​ໜູນ ກວ່າ​ພັກ​ຝ່າຍ​ອື່ນໆ​ - ảnh 1ທ່ານ Pita Limjaroen ຂອງພັກກ້າວໄກ (ພາບ: The Nation)

ຕາມຄະນະກຳມະການເລືອກຕັ້ງ ໄທ (EC) ແລ້ວ, ໄລ່ຮອດເວລາ 1 ໂມງ 45 ນາທີຂອງຕອນເຊົ້າວັນທີ 15 ພຶດສະພາ ຕາມເວລາທ້ອງຖິ່ນ, ວຽກງານການນັບບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຕາມເຂດເລືອກຕັ້ງ ໄດ້ປະຕິບັດສຳເລັດ 97,06% ແລ້ວ. ຕາມນັ້ນແລ້ວ, ພັກ MFP ພວມນຳໜ້າ ນັບທັງໃນການແຂ່ງຂັນຈຳນວນບ່ອນນັ່ງສະມາຊິກລັດຖະສະພາຕາມເຂດເລືອກຕັ້ງ ເມື່ອໄດ້ຄາດຄະເນວ່າ ຈະມີ 113 ບ່ອນນັ່ງ, ທັງໃນການແຂ່ງຂັນບ່ອນນັ່ງສະມາຊິກລັດຖະສະພາຕາມບັນຊີລາຍຊື່ພັກ ດ້ວຍເກືອບ 13,5 ລ້ານບັດ (ກວມເອົາ 35%). ເປັນອັນວ່າ, ຖ້າໝາກຜົນດັ່ງກ່າວຍັງໄດ້ຮັກສາໄວ້, MFP ອາດຈະຍາດໄດ້ປະມານ 150 ບ່ອນນັ່ງ ໃນຈຳນວນທັງໝົດ 500 ບ່ອນນັ່ງຢູ່ສະພາຕ່ຳ ໄທ ໃນສະໄໝໃໝ່ນີ້. ຖັດຈາກນັ້ນ ແມ່ນພັກເພື່ອໄທ ດ້ວຍ 112 ບ່ອນນັ່ງ ຕາມເຂດເລືອກຕັ້ງ ແລະ ກວ່າ 10,3 ລ້ານບັດເລືອກຕັ້ງສະມາຊິກລັດຖະສະພາຕາມບັນຊີລາຍຊື່ພັກ, ເທົ່າກັບ 26,79%, ອັນໄດ້ເຮັດໃຫ້ພັກນີ້ ສາມາດບັນລຸໄດ້ປະມານ 140 ບ່ອນນັ່ງຢູ່ ສະພາຕ່ຳ.

ຕອບກັບ

ຂ່າວ/ບົດ​ອື່ນ