ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ: ພັກຂອງທ່ານ Hun Sen ກຳລັງຍາດໄດ້ຈຳນວນບັດສະໜັບສະໜູນສ່ວນໃຫຍ່
(VOVWORLD) - ໝາກຜົນການເລືອກຕັ້ງໃນເບື້ອງຕົ້ນຂອງຄະນະກໍາມະການເລືອກຕັ້ງແຫ່ງຊາດ ກໍາປູເຈຍ ໄດ້ອັບເດດ ແລະ ຮວບຮ່ວມຈາກຜົນການນັບບັດຢູ່ແຕ່ລະສະຖານທີ່ປ່ອນບັດ ແລະ 25 ເຂດເລືອກຕັ້ງໃນທົ່ວປະເທດ ໄດ້ຊີ້ໃຫ້ເຫັນວ່າ ພັກປະຊາຊົນ ກໍາປູເຈຍ (CPP) ໂດຍທ່ານນາຍົກລັດຖະມົນຕີ Hun Sen ນໍາພາ ແນ່ນອນວ່າ ຈະຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ເຊິ່ງໄດ້ດຳເນີນໃນວັນທີ 23 ກໍລະກົດ.
ທ່ານນາຍົກລັດຖະມົນຕີ ທັງເປັນ ປະທານພັກ CPC Samdech Hun Sen ຢູ່ບ່ອນປ່ອນບັດ (ພາບ:VOV)
|
ໄລ່ຮອດເວລາ 22 ໂມງຂອງວັນທີ 23 ກໍລະກົດ, ດ້ວຍ 80% ຈຳນວນບັດໄດ້ນັບ, ພັກປະຊາຊົນ CPC ຍາດໄດ້ຫຼາຍກວ່າ 83,2% ຈຳນວນບັດສະໜັບສະໜູນ, ຫຼາຍກວ່າພັກ FUNCINPEC ປະມານກວ່າ 8 %. ສະເພາະຢູ່ນະຄອນ ພະນົມເປັນ, ໝາກຜົນໃນເບື້ອງຕົ້ນຂອງ ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ຊີ້ໃຫ້ເຫັນວ່າ ພັກ CPP ຍາດໄດ້ຫຼາຍກວ່າ 84% ຈຳນວນບັດເລືອກຕັ້ງ, ຜ່ານນັ້ນ ຍາດໄດ້ 11/12 ບ່ອນນັ່ງສະມາຊິກລັດຖະສະພາຂອງນະຄອນຫຼວງ. ສິ່ງດັ່ງກ່າວໝາຍຄວາມວ່າ ທ່ານ Hun Manet, ລູກຊາຍຂອງທ່ານນາຍົກລັດຖະມົນຕີ Hun Sen - ຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີໃນອະນາຄົດຂອງພັກ CPP ແລະ ຢືນອັນດັບທີໜຶ່ງໃນຈຳນວນຜູ້ສະໝັກເລືອກຕັ້ງ 12 ທ່ານຂອງພັກ CPP ທີ່ເຂົ້າຮ່ວມການອອກສະໝັກເລືອກຕັ້ງຢູ່ ພະນົມເປັນນັ້ນ, ແມ່ນເກືອບຄືວ່າແນ່ນອນກາຍເປັນສະມາຊິກລັດຖະສະພາສະພາໃນອາຍຸການຕໍ່ໄປແລ້ວ.
ວັນທີ 23 ກໍລະກົດ, ຜູ້ມີສິດເລືອກຕັ້ງ ກຳປູເຈຍ ຫຼາຍກວ່າ 8,2 ລ້ານຄົນ ໄດ້ໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 7, ກວມເອົາ 84,58% ໃນຈຳນວນຜູ້ມີສິດເລືອກຕັ້ງທັງໝົດກວ່າ 9.710.000 ຄົນ. ຕາມແຈ້ງການຈາກຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ແລ້ວ, ການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ໄດ້ດຳເນີນໄປຢ່າງສະດວກດີ.
ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ