ການເລືອກຕັ້ງອາເມລິກາ: ຄວາມມານະພະຍາຍາມດ້ານກົດໝາຍຂອງທ່ານປະທານາທິບໍດີ D.Trump ສືບຕໍ່ຖືກກີດຂວາງ
(VOVWORLD) -ສານປະຊາຊົນສູນສຸດລັດ Pennsylvania ໄດ້ປະຕິເສດຄຳຕັດສິນຂອງສານ Commonwearth, ລັດ Pennsylvania
ສານປະຊາຊົນສູນສຸດລັດ Pennsylvania ໄດ້ປະຕິເສດຄຳຕັດສິນຂອງສານ Commonwearth
(ພາບປະປອບ: REUTERS/TTXVN)
|
ວັນທີ 28 ພະຈິກ, ສານປະຊາຊົນສູງສຸດລັດ Pennsylvania, ອາເມລິກາ ໄດ້ປະຕິເສດຄວາມມານະພະຍາຍາມຂອງພັກປະຊາທິປະໄຕ ເພື່ອແນໃສ່ສະກັດກັ້ນເລື່ອງຢັ້ງຢືນໝາກຜົນການເລືອກຕັ້ງໂດຍຊີ້ໃຫ້ເຫັນວ່າ ທ່ານອະດີດປະທານາທິບໍດີ Joe Biden ຍາດໄດ້ໄຊຊະນະຢູ່ລັດຫຼັກແຫຼ່ງນີ້ ໃນການເລືອກຕັ້ງປະທານາທິບໍດີຜ່ານມາ.
ໃນຂໍ້ຕົກລົງປະກາດໃນຕອນຄ່ຳວັນທີ 28 ພະຈິກ (ຕາມເວລາທ້ອງຖິ່ນ), ສານປະຊາຊົນສູນສຸດລັດ Pennsylvania ໄດ້ປະຕິເສດຄຳຕັດສິນຂອງສານ Commonwearth, ລັດ Pennsylvania (ສານອຸທອນເປັນກາງ) ກໍຄືປະຕິເສດໃບຮ້ອງຟ້ອງຂອງຄະນະຂົນຂວາຍຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ D.Trump ເພື່ອແນໃສ່ສະກັດກັ້ນລັດ Pennsylvania ຢັ້ງຢືນໝາກຜົນການເລືອກຕັ້ງ.
ປະຈຸບັນ, ຄະນະຂົນຂວາຍຂອງທ່ານ D.Trump ໄດ້ດຳເນີນຫຼາຍວິທີການດ້ານນິຕິກຳຢູ່ບາງລັດສຳຄັນ, ເຖິງວ່າຫຼາຍໃບຮ້ອງຟ້ອງຖືກປະຕິເສດ.