ການເລືອກຕັ້ງອາເມລິກາ 2020: ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ - ຖາມຕອບສະເພາະກັບຜູ້ມີສິດເລືອກຕັ້ງຜ່ານໂທລະພາບ
(VOVWORLD) -ທີ່ 2 ເຫດການສະເພາະນີ້, ຜູ້ສະໝັກເລືອກຕັ້ງທັງ 2 ທ່ານໄດ້ຕອບບັນດາຄຳຖາມຈາກຜູ້ມີສິດເລືອກຕັ້ງຢູ່ທົ່ວລັດ Florida ແລະ Pennsylvania.
ທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ Donald Trump ແລະ
ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕ Joe Biden
(ພາບ: Star Tribune)
|
ຕອນຄ່ຳວັນທີ 15 ຕຸລາ (ຕາມເວລາອາເມລິກາ), ທ່ານປະທານາທິບໍດີອາເມລິກາ ຄົນປະຈຸບັນ Donald Trump ແລະ ຜູ້ສະໝັກເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີຂອງພັກປະຊາທິປະໄຕ Joe Biden ໄດ້ເລີ່ມດຳເນີນການ ຖາມ - ຕອບສະເພາະກັບຜູ້ມີສິດເລືອກຕັ້ງຜ່ານທາງໂທລະພາບ. ການເລືອກເອົາຮູບແບບນີ້ແມ່ນເພື່ອແນໃສ່ປ່ຽນແທນໃຫ້ການໂຕ້ວາທີໂດຍກົງຄັ້ງທີ 2, ເຊິ່ງຄາດວ່າຈະດຳເນີນໃນວັນດຽວກັນແຕ່ຖືກຍົກເລີກກ່ອນໜ້ານັ້ນແລ້ວ.
ທີ່ 2 ເຫດການສະເພາະນີ້, ຜູ້ສະໝັກເລືອກຕັ້ງທັງ 2 ທ່ານໄດ້ຕອບບັນດາຄຳຖາມຈາກຜູ້ມີສິດເລືອກຕັ້ງຢູ່ທົ່ວລັດ Florida ແລະ Pennsylvania. ນອກນັ້ນ, ຜູ້ບໍລິຫານລາຍການ, ທ່ານນາງ Savanath Guthrie ຂອງຊ່ອງໂທລະພາບ NBC NEWS ແລະ Stephanopoulos ຂອງຊ່ອງໂທລະພາບ ABC ກໍ່ໄດ້ຍົກອອກບັນດາການແນະນຳປຶກສາຫາລື ແລະ ເຕົ້າໂຮມຄຳຖາມຂອງຜູ້ມີສິດເລືອກຕັ້ງ.
** ຜູ້ມີສິດເລືອກຕັ້ງຢູ່ອາເມລິກາ ຫຼາຍລັດໄດ້ໄປບ່ອນບັດບັນລຸລະດັບສະຖິຕິ
ເຖິງວ່າຍັງມີເວລາ 19 ມື້ຕື່ມອີກຈຶ່ງຮອດວັນເລືອກຕັ້ງຢ່າງເປັນທາງການ ນັ້ນແມ່ນໃນ 03 ພະຈິກ, ແຕ່ການປ່ອນບັດໄດ້ຮັບການດຳເນີນໄປຢູ່ຫຼາຍລັດໃນທົ່ວປະເທດອາເມລິກາ ແລ້ວ ແລະ ມີຜູ້ໄປປ່ອນບັດກ່ອນກຳນົດເວລາໂດຍກົງ ແລະ ປ່ອນບັດຜ່ານໄປສະນີບັນລຸລະດັບສະຖິຕິ.
ຕາມຕົວເລກຈາກອົງການ US Elections Preject ແລ້ວ, ໄດ້ຜູ້ມີສິດເລືອກຕັ້ງອາເມລິກາ ກວ່າ 17,8 ລ້ານຄົນ ໄປປ່ອນບັດເລືອກຕັ້ງຜ່ານທາງໄປສະນີ ຫຼື ໂດຍກົງ. ຕົວເລກດັ່ງກ່າວແມ່ນເກືອບເທົ່າກັບ 13% ຈຳນວນພົນລະເມືອງ ອາເມລິກາ ທີ່ໄປປ່ອນບັດໃນການເລືອກຕັ້ງປະທານາທິບໍດີປີ 2016.