ການເລືອກຕັ້ງ ຢູ່ອາເມລິກາ 2020: ນະຄອນຫຼວງ ວໍຊີງຕັນ ແລະ 8 ລັດດໍາເນີນການເລືອກຕັ້ງຂັ້ນຕົ້ນ
(VOVWORLD) - ຕາມໝາກຜົນຫຼ້າສຸດ, ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden ຂຶ້ນກັບພັກປະຊາທິປະໄຕ ຍາດໄດ້ໄຊຊະນະຢູ່ລັດ Indiana, ລັດ Pennsylvania, Rhole Island, Maryland ແລະ Dakota ເໜືອ ດ້ວຍຈໍານວນບັດສະໜັບສະໜູນຂາດຂັ້ນ.
ທ່ານປະທານາທິບໍດີ ເອເມລິກາ Donald Trump(ເບື້ອງຊ້າຍ) ແລະ ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden(ພາບ:AFP/TTXVN) |
ວັນທີ 02 ມິຖຸນາ, ນະຄອນຫຼວງວໍຊີງຕັນ ພ້ອມກັບ 8 ລັດ ຂອງ ອາເມລິກາ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງຂັ້ນຮາກຖານ. ການເລືອກຕັ້ງຄັ້ງນີ້ ໄດ້ດໍາເນີນໄປໃນສະພາບການທີ່ ພັກປະຊາທິປະໄຕ ແລະ ພັກ ສາທາລະນະຍັງສືບຕໍ່ໂຕ້ຖຽງກັນກ່ຽວກັບຮູບແບບການປ່ອນບັດຜ່ານທາງໄປສະນີ. ໃນຂະນະທີ່ພັກປະຊາທິປະໄຕ ສະໜັບສະໜູນຮູບແບບການປ່ອນບັດດັ່ງກ່າວ ຄືດັ່ງມາດຕະການໜຶ່ງທີ່ປອດໄພ, ສ່ວນທ່ານປະທານາທິບໍດີ ເອເມລິກາ Donald Trump ສັງກັດ ພັກສາທາລະນະ ພັດຄັດຄ້ານ ເມື່ອຖືວ່າ ຮູບແບບການປ່ອນບັດດັ່ງກ່າວ ຈະເຮັດໃຫ້ຄວາມສ່ຽງໃນການສໍ້ໂກງບັດເລືອກຕັ້ງເພີ່ມຂຶ້ນ.
ບັນດາການປ່ອນບັດຂັ້ນຮາກຖານນີ້ ກໍແມ່ນໂອກາດເພື່ອຊອກຫາຜູ້ສະໝັກເລືອກຕັ້ງຂອງ ພັກສາທາລະນະແລະ ພັກປະຊາທິປະໄຕ ຫາສຽງເລືອກຕັ້ງເຂົ້າສະພາແຫ່ງຊາດໃນການເລືອກຕັ້ງທົ່ວປະເທດ ເຊິ່ງຈະດໍາເນີນໃນເດືອນພະຈິກ ຈະມາເຖິງ.
ຕາມໝາກຜົນຫຼ້າສຸດ, ທ່ານອະດີດຮອງປະທານາທິບໍດີ ອາເມລິກາ Joe Biden ຂຶ້ນກັບພັກປະຊາທິປະໄຕ ຍາດໄດ້ໄຊຊະນະຢູ່ລັດ Indiana, ລັດ Pennsylvania, Rhole Island, Maryland ແລະ Dakota ໃຕ້ ດ້ວຍຈໍານວນບັດສະໜັບສະໜູນລືນກາຍຢ່າງຂາດຂັ້ນ.