ການເລືອກຕັ້ງ ອາເມລິກາ 2020: ມີຜູ້ມີສິດເລືອກຕັ້ງເກືອບ 59 ລ້ານຄົນ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ

(VOVWORLD) -ຕາມຕົວເລກຂອງ CNN ແລະ Edison Research and Catalist ແລ້ວ, ຢູ່ 50 ລັດຂອງອາເມລິກາ ແລະ ນະຄອນຫຼວງ Washington DC ມີຊາວອາເມລິກາ ກ່ວາ 58,7 ລ້ານຄົນ ໄດ້ໄປປ່ອນບັດກ່ອນເວລາກຳນົດ. ໃ
ການເລືອກຕັ້ງ ອາເມລິກາ 2020: ມີຜູ້ມີສິດເລືອກຕັ້ງເກືອບ 59 ລ້ານຄົນ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ - ảnh 1ຜູ້ມີສິດເລືອກຕັ້ງໄປປ່ອນບັດ (ພາບ: AFP/TTXVN) 

ໄລ່ຮອດວັນທີ 25 ຕຸລາ (ຕາມເວລາ ອາເມລິກາ), ຈຳນວນບັດທີ່ໄດ້ປ່ອນບັດກ່ອນເວລາກຳນົດ ໃນການເລືອກຕັ້ງ ປະທານາທິບໍດີ ອາເມລິກາປີນີ້ ໄດ້ລື່ນກາຍຕົວເລກຂອງປີ 2016, ເຖິງວ່າ ຍັງອີກ 9 ມື້ ຈິ່ງຮອດວັນເລືອກຕັ້ງຢ່າງເປັນທາງການ.

        ລາຍລະອຽດແມ່ນ, ຕາມຕົວເລກຂອງ CNN ແລະ Edison Research and Catalist ແລ້ວ, ຢູ່ 50 ລັດຂອງອາເມລິກາ ແລະ ນະຄອນຫຼວງ Washington DC ມີຊາວອາເມລິກາ ກ່ວາ 58,7 ລ້ານຄົນ ໄດ້ໄປປ່ອນບັດກ່ອນເວລາກຳນົດ. ໃນສະພາບການໂລກລະບາດ ໂຄວິດ - 19 ຍັງເກີດຂຶ້ນ, ປັດຈຸບັນ ອັດຕາຜູ້ໄປປ່ອນບັດກ່ອນເວລາກໍານົດ ພວມສືບຕໍ່ເພີ່ມຂຶ້ນໃນຫຼາຍລັດຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ