ການເຮັດວຽກຂອງສະພາແຫ່ງຊາດໃນວັນທີ 6/11

ການເຮັດວຽກຂອງສະພາແຫ່ງຊາດໃນວັນທີ 6/11 - ảnh 1
ພາບປະກອບ

(vovworld) – ວາລະ​ປຶກສາ​ຫາລື​ໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ​ແລະ ວິທະຍຸ. ບາງ​ເນື້ອ​​ໃນ​ໃນ​ຮ່າງ​ກົດໝາຍ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໄດ້​ຮັບ​ການ​ສຸ​ມ​ໃສ່​ປຶກສາ​ຫາລື​ຄື: ການ​ຖອນ​ທີ່​ດິນ​ຄືນ, ລາຄາ​ທີ່​ດິນ ​ແລະ ນະ​ໂຍບາຍ​ການ​ຊົດ​ເຊີຍ, ສິດ​ນຳ​ໃຊ້​ທີ່​ດິນ ຫຼື​ ​ໄລຍະ​ເວລາ​ມອບ​ທີ່​ດິນ ຫຼື ບັນຫາ​ສິດ​ເປັນ​ເຈົ້າ​ຂອງ​ທົ່ວ​ປວງ​ຊົນ​ສຳລັບທີ່​ດິນ​ຄວນ​ເໝາະ​ສົມ​ກັບ​ທາດ​​ແທ້​ຂອງ​ລະບອບ​ສັງຄົມ​ນິຍົມ. ມີ​ເນື້ອ​ໃນຈຳນວນ​ໜຶ່ງ​ຂອງ​ຮ່າງ​ກົດໝາຍ​ກໍ່​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ເພື່ອ​ຮັບປະກັນ​ລັກສະນະ​ເອກະ​ພາບ​ລະ​ຫວ່າງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ແລະ ຮ່າ​ງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານ​ນາງ ດັ້ງ​ທິມິ​ເຮືອງ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ນິງທ້ວນ, ​ເນັ້ນ​ໜັກ​ວ່າ​ຂໍ້​ກຳນົດ​ກ່ຽວກັນ​ລາຄາ​ທີ່​ດິນທີ່​ ບໍ່​ທັນ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ທີ່​ຖືກຖອນ​ທີ່​ດິນ​ ຄືນ. ທ່ານ​ນາງ ດັ້ງ​ທິມິ​ເຮືອງ ​ເນັ້ນ​ໜັກ​ວ່າ.

        “​ເລື່ອງກຳນົດ​ລາຄາ​ທີ່​ດິນ ​ເມື່ອ​ລັດ​ຖອນ​ທີ່​ດິນ​ຄືນ ຕ້ອງ​ຄິດ​ໄລ່​ເຖິງ​ຜົນກຳ​ໄລ​ທີ່​ສ້າງ​ຂຶ້ນໃນ​ອະນາຄົດ ​ເມື່ອ​ສິດ​ນຳ​ໃຊ້​ທີ່​ດິນ​ຂອງ​ປະຊາຊົນ​ຖືກ​ຖອນ​ຄືນ, ຕ້ອງ​ເຮັດ​ແນວ​ໃດ​​ເພື່ອ​ໃຫ້​ເງິນຊົດ​ເຊີຍ​ສາມາດຮັບປະກັນ​ໃຫ້​ປະຊາຊົນ​ມີ​ ຊີວິດ​​ເທົ່າ​ທຽມ ຫຼື ດີກ​ວ່າ​ເກົ່າ”  

ຕອນ​ບ່າຍ​ວັນ​ທີ 6/11, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບສະ​ເໜີ ​ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ກວດກາ​ຮ່າງ​ກົດໝາຍ 4 ສະ​ບັບຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການສົມລົດ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສຸຂະພາບ. ຕາມ​​ໃບ​ສະ​ເໜີ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ) ​ໂດຍ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ນຢຸ້ງ ລາຍ​ງານ​, ມີບັນດາ​ເນື້ອ​ໃນ​ໃໝ່​, ສ່ວນ​ຫຼາຍ​ແມ່ນ​ການ​ປ່ຽນ​ໃໝ່​​ແບບວິທີ​ຄຸ້ມ​ຄອງ​ໂຄງການ, ການວາງ​ແຜນ​ກຳນົດ​ໂຄງການ, ການ​ຄຸ້ມ​ຄອງ​ລັດ​ ກ່ຽວ​ກັບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ກໍ່ສ້າງ. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ຈະ​ປະກອບສ່ວນ​ຄຸ້ມ​ຄອງ​ຂົງ​ເຂດ​ກໍ່ສ້າງ​ຢູ່​ຫວຽດນາມ​ຢ່າງ​​ແໜ້ນ​ແຟ້ນ. ບົດ​ລາຍ​ງານ​ຕິດຕາມ​ກວດກາ ​ໂດຍ​ທ່ານ ຟານ​ຊວນ​ຢຸ້ງ ກຳມະການ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາ​ທິການ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ ລາຍ​ງານ ກໍ່​ຢືນຢັນ​ວ່າ, ຮ່າງ​ກົດໝາຍ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຮັບ​ເອົາ​ຫຼາຍ​ຄຳ​ເຫັນ​ປະກອບ​ຂອງ​ສັງຄົມ. ​ໃນ​ນັ້ນ​ສຸມ​ໃສ່​ການ​ຄຸ້ມ​ຄອງ​ບັນດາ​ໂຄງການ​ກໍ່ສ້າງ ​ເພື່ອ​ແນ​ໃສ່​ຫຼີກ​ເວັ້ນການ​ຮົ່ວ​ໄຫຼ​ທຶນ ​ແລະ ປ່ຽນ​ໃໝ່​ກົນ​ໄກ​ລົງທຶນ​ກໍ່ສ້າງ​ບົນ​ພື້ນຖານ​ຄຸ້ມ​ຄອງ​ແຫຼ່ງທຶນ, ​ໃນ​ນັ້ນ​ມີ​ງົບປະມານ​ຂອງ​ລັດ​ຢ່າງ​ເຄັ່ງ​ຄັດ. ຮ່າງ​ກົດໝາຍ​ກໍ່​ເຮັດ​ແຈ້ງ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ຄຸ້ມ​ຄອງ​ລັດ, ນັບ​ແຕ່​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ຕົກລົງ​ລົງທຶນ, ​ເຈົ້າ​ຂອງ​ລົງທຶນ ​ແລະ ທຸກ​ຂັ້ນ, ທຸກຂະ​ແໜງ​ການ.

ຂ່າວ/ບົດ​ອື່ນ