ການແກ້ໄຂຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນມີເຈດຕະນາດີຈາກທັງ 2 ຝ່າຍ
ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານເລຫາຍບີງ
|
(vovworld)- ຫວຽດນາມໄດ້ຢືນຢັນຫຼາຍເທື່ອກ່ຽວກັບຫຼັກໝັ້ນທີ່ມີຕໍ່ 2 ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ. ຫວຽດນາມເດັດດຽວຄັດຄ້ານ ແລະ ຮຽກຮ້ອງຈີນຢຸດຕິບັນດາການກະທຳຜິດພາດໃນທັນທີ່, ເຄົາລົບກົດໝາຍສາກົນ, ປະຕິບັດ DOC ຢ່າງເຂັ້ມງວດ ແລະ ບໍ່ມີການກະທຳຄ້າຍຄືກັນໃນໄລຍະທີ່ຈະມາເຖິງ. ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານເລຫາຍບີງ ໄດ້ເນັ້ນໜັກຄືດັ່ງກ່າວທີ່ການປະຊຸມຂ່າວນັດສາມັນເມື່ອຕອນບ່າຍວັນທີ 26/6 ຢູ່ຮ່າໂນ້ຍ.
ທ່ານເລຫາຍບີງຊີ້ແຈ້ງວ່າ ໃນຊຸມມື້ທີ່ຜ່ານມາ , ໃນຂະນະທີ່ຈີນນຳຮ້ານເຈາະນ້ຳມັນໄຮຢາງ 981 ພ້ອມດ້ວຍກຳປັ່ນຄຸ້ມກັນ ແລະ ເຮືອບິນຫຼາຍລຳເຂົ້າເຄື່ອນໄຫວຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ, ຈີນພັດສືບຕໍ່ມີການກະທຳກໍ່ຄວາມເຄັ່ງຕຶງຄັ້ງໃໝ່ຄື ນຳຮ້ານເຈາະນ້ຳມັນໜານໄຮ 09 ແລະ ກຳປັ່ນສຳຫຼວດຟີຊິກໜ່ວຍໂລກ 719 ເຂົ້າເຄື່ອນໄຫວຢູ່ເຂດທະເລນອກປາກອ່າວພາກເໜືອ ທີ່ຍັງບໍ່ທັນໄດ້ຮັບການແບ່ງກຳນົດລະຫວ່າງຫວຽດນາມ-ຈີນ, ເປີດກ້ວາງການກໍ່ສ້າງ ແລະ ປ່ຽນແປງສະພາບເດີມຢ່າງຜິດກົດໝາຍບາງສະຖານທີ່ໃນໝູ່ເກາະເຈືອງຊາຂອງຫວຽດນາມ...ພິເສດແມ່ນຈີນໄດ້ໃຫ້ຈຳໜ່າຍແຜນທີ່, ໃນນັ້ນມີເສັ້ນລີ້ນງົວ ທີ່ປົກຄຸມເກືອບທົ່ວເຂດທະເລ ຕາເວັນອອກ.ທ່ານເລຫາຍບີງຊີ້ແຈ້ງວ່າ :
“ ການຈຳໜ່າຍແຜນທີ່, ໃນນັ້ນມີເສັ້ນລີ້ນງົວທີ່ປົກຄຸມທົ່ວເຂດທະເລ ຕາເວັນອອກ ແມ່ນການກະທຳລ່ວງລະເມີດກົດໝາຍສາກົນຢ່າງຮ້າຍແຮງ. ດັ່ງທີ່ພວກເຮົາໄດ້ຮູ້ແລ້ວວ່າ ການທ່ວງເອົາເສັ້ນລີ້ນງົວຂອງຈີນໄດ້ຖືກ ຄັດຄ້ານຈາກບັນດາປະເທດໃນພາກພື້ນ ແລະ ໃນໂລກ, ແລະ ຫວຽດນາມເດັດດຽວຄັດຄ້ານການກະທຳທີ່ຜິດພາດນີ້ຂອງຈີນ ” .
ທ່ານເລຫາຍບີງ ຍັງຢືນຢັນວ່າ ຫວຽດນາມມີແຜນນະໂຍບາຍແກ້ໄຂບັນຫາດ້ວຍມາດຕະການໂດຍສັນຕິວິທີ. ແຕ່ເຈດຕະນາດີ ແລະ ຄວາມຕັດສິນໃຈຄວນມາຈາກທັງ 2 ຝ່າຍ. ຖ້າຫາກຝ່າຍໜຶ່ງຍັງຄົງມີການກະທຳຜິດພາດແຕ່ລຳພັງຝ່າຍດຽວນັ້ນ, ສະພາບການຈະນັບມື້ນັບສັບສົນ ແລະ ເຄັ່ງຕຶງຂຶ້ນກວ່າອີກ.
ທີ່ການປະຊຸມຂ່າວ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານເລຫາຍບີງ ອີກເທື່ອໜຶ່ງໄດ້ຢ້ຳຄືນເລື່ອງຫວຽດນາມບໍ່ເວັ້ນເສຍກໍລະນີນຳບັນຫານີ້ຂຶ້ນສານສາກົນ.