ການແຫ່ຂະບວນປະທ້ວງກາຍເປັນການປະທະກັນຢູ່ນະຄອນຫລວງJakarta
ບັນດາຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫລວງ Jakarta
(ພາບອິນເຕີແນັດ)
(vovworld) – ວັນທີ 05/11 ທ່ານປະທານາທິບໍດີ ອິນໂດເນເຊຍ Joko Wildodo ໄດ້ໂຈະການຢ້ຽມຢາມ ອົດສະຕາລີ ໂດຍ “ສະພາບຄວາມສະຫງົບປອດໄພຢູ່ນະຄອນຫລວງ Jakarta”. ກ່ອນໜ້ານັ້ນ ຕອນຕຳ່ວັນທີ 04/11 ທ່ານປະທານາທິບໍດີ ອິນໂດເນເຊຍ Joko Wildodo ຮຽກຮ້ອງບັນດາຜູ້ແຫ່ຂະບວນປະທ້ວງຢູ່ນະຄອນຫລວງ Jakarta ກັບເມືອເຮືອນ ແລະ ຢຸດຕິສະພາບການກໍ່ຈະລາຈົນ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສຳນັກງານປະທານາທິບໍດີ ທ່ານ Wildodo ຖະແຫຼງວ່າ ບັນດາກຳລັງປະຕິບັດກົດໝາຍຈະປະຕິບັດຄວາມຮັບຜິດຊອບຢ່າງຖືກຕ້ອງ ເມື່ອສະຫລາຍກຸ່ມຄົນ. ໃນຂະນະນັ້ນ ບັນດາການແຫ່ຂະບວນປະທ້ວງຢູ່ນະຄອນຫລວງ Jakarta ຂອງ ອິນໂດເນເຊຍ ຍັງບໍ່ທັນມີສັນຍານຫລຸດລົງ. ຕາມການຈົດທະບຽນກ່ອນນັ້ນ ການແຫ່ຂະບວນປະທ້ວງ ພຽງແຕ່ໄດ້ດຳເນີນຈົນຮອດ 18 ໂມງ (ຕາມເວລາທ້ອງຖິ່ນ) ວັນທີ 04/11 ເທົ່ານັ້ນ.