ການແຫ່ຂະບວນປະທ້ວງຢູ່ອີຢີບ
(ພາບ:vov.vn)
(Vovworld)- ວັນທີ 7/7, ຫຼາຍນະຄອນໃນປະເທດອີຢີບ ຖືກສັ່ນສະເທືອນຍ້ອນກະແສຟອງແຫ່ຂະບວນປະທ້ວງ ຂະນະທີ່ສອງຝ່າຍສະໜັບສະໜູນ ແລະ ຄັດຄ້ານປະທານາທິບໍດີຜູ້ທີ່ຖືກໂຄ່ນລົ້ມ Mohamed Morsi ພ້ອມກັນລົງຖະໜົນເພື່ອສະແດງທັດສະນະຂອງຕົນ. ຢູ່ນະຄອນຫຼວງກາຍໂຣ, ຜູ້ແຫ່ຂະບວນປະທ້ວງກ່ວາ 250.000 ຄົນໄດ້ພາກັນໄປສະໜາມຫຼວງ Tahrir ແລະ ຕໍ່ໜ້າທຳນຽບປະທານາທິບໍດີເພື່ອຄັດຄ້ານອົງການອ້າຍນ້ອງຊາວມຸດສະລິມ ກໍ່ຄືຄຳຮຽກຮ້ອງຂອງອົງການນີ້ກ່ຽວກັບເລື່ອງຟື້ນຟູຕຳແໜ່ງໃຫ້ແກ່ທ່ານ Mohamed Morsi. ຢູ່ Alexandria ນະຄອນໃຫ່ຍອັນດັບທີ 2 ຂອງອີຢີບ, ນັບພັນຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Sidi Gaber ເພື່ອແນໃສ່ຄັດຄ້ານອົງການອ້າຍນ້ອງຊາວມຸດສະລິມ ກໍ່ຄືການສະໜັບສະໜູນຂອງອາເມລິກາຕໍ່ ປະທານາທິບໍດີຜູ້ທີ່ຖືກໂຄ່ນລົ້ມ Mohamed Morsi. ສ່ວນຢູ່ນະຄອນ Suez ແລະ Mahala, ບັນດາກຳລັງສະໜັບສະໜູນການລັດຖະປະຫານກໍ່ໄດ້ຈັດການແຫ່ຂະບວນຄັ້ງຕ່າງໆໄປເຖິງເຂດສະໜາມຫຼວງໃຈກາງ.