(vovworld) - ວັນທີ 27/11, ປະຊາຊົນ ປອກຕຸຍການ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ນອກສຳນັກງານສະພາແຫ່ງຊາດ ເພື່ອຄັດຄ້ານເລື່ອງອົງການນິຕິບັນຍັດຂອງປະເທດນີ້ຈັດກອງປະຊຸມເພື່ອຮັບຮອງເອົາໂຄງການຮັດເຂັມຄັດງົບປະມານໃຫ້ແກ່ສົກປີການເງິນ 2013 ເປັນຄັ້ງສຸດທ້າຍ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ຖືປ້າຍຄຳຂວັນຄັດຄ້ານນະໂຍບາຍຮັດເຂັມຄັດງົບປະມານ ເຊິ່ງເປົ້າຫມາຍຖືກຜົນສະທ້ອນຫຼາຍກວ່າໝູ່ແມ່ນປະຊາຊົນ. ຜູ້ຕາງໜ້າສະຫະພັນໃຫຍ່ແຮງງານ ປອກຕຸຍການ, ແມ່ນສະຫະພັນໃຫຍ່ສຸດຂອງປະເທດສະມາຊິກພາກພື້ນທີ່ໃຊ້ສະກຸນເງິນເອີໂລລວມ ນີ້ໃຫ້ຮູ້ວ່າ ເຂົ້າເຈົ້າຄັດຄ້ານເງື່ອນໄຂທີ່ຫຍຸ້ງຍາກຂອງກຸ່ມເຈົ້າໜີ້ ເຊິ່ງລວມມີ ກອງທຶນເງິນຕາສາກົນ, ສະຫະພາບເອີລົບ ແລະ ທະນາຄານສູນກາງເອີລົບ ເພື່ອແລກເອົາປ້ວງເງິນອຸປະຖຳທີ່ມີມູນຄ່າ 101 ຕື້ USD ໃຫ້ແກ່ປະເທດນີ້.
ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງປະຊາຊົນ, ໃນກອງປະຊຸມເມື່ອຕອນບ່າຍວັນທີ 27/11, ສະພາແຫ່ງຊາດ ປອກຕຸຍການ ໄດ້ຮັບຮອງເອົາຮ່າງງົບປະມານຮັດເຂັມຄັດ ດັ່ງກ່າວເປັນຄັ້ງສຸດທ້າຍ.